ຂ່າວສານ

ວັງ Kremlin ເປີດເຜີຍຫົວຂໍ້ຂອງການກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ

      ທ່ານ Yury Ushakov ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບນະໂຍບາຍການຕ່າງປະເທດໃຫ້ຮູ້ວ່າ, ການນຳລັດເຊຍ ແລະ ອາເມລິກາຄາດວ່າຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມສະຖຽນລະພາບຍຸດທະສາດ ແລະ ຢູແກຼນ. 

ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump  ປະທານາທິບໍດີ ອາເມລິກາ (ພາບ:AFP/Getty Images )
      ວັນທີ 26 ມິຖຸນາ, ວັງ  Kremlin ໄດ້ແຈ້ງວ່າ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Donald Trump ຈະມີການພົບປະສຸດຍອດຢູ່ນອກກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງ ໂລກ (G20) ໃນວັນທີ 28 ມິຖຸນາ ຢູ່ນະຄອນ Osaka, ຍີ່ປຸ່ນ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງໃນປັດຈຸບັນ.
        ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ Yury Ushakov ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບນະໂຍບາຍການຕ່າງປະເທດໃຫ້ຮູ້ວ່າ, ການນຳລັດເຊຍ ແລະ ອາເມລິກາຄາດວ່າຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມສະຖຽນລະພາບຍຸດທະສາດ ແລະ ຢູແກຼນ. ນອກຈາກນັ້ນ, ການນຳສອງທ່ານກໍ່ຈະປຶກສາຫາລືກ່ຽວກັບການຄວບຄຸມອາວຸດ (ໃນນັ້ນມີສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດລຸ່ນໃໝ່ - New START), ບັນຫາ ອີຣານ, ຊີຣີ, ເວເນຊູເອລາ…
 (ແຫຼ່ງຄັດຈາກ VOV)
 


top