ຂ່າວສານ

ວັງ Kremlin ເຕື້ອງ​ເຖິງ​ຄວາມ​ສາ​ມາດ​ຈັດ​​ການ​ພົບ​ປະ​ສຸດຍອດ ອາ​ເມ​ລິ​ກາ-ລັດ​ເຊຍ

ວິວັດການເຈລະຈາ ແນໃສ່ແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານທາງການທູດ ແລະ ການເມືອງພວມຖືກຂາດວັກຂາດຕອນ.... ວັນທີ 7 ພະຈິກ, ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ: ແນ່ນອນວ່າ, ທັງສອງຝ່າຍຈະຊົມເຊີຍການພົບປະສຸດຍອດລະຫວ່າງການນຳ ລັດເຊຍ ແລະ ອາເມລິກາ ໃນເວລາທີ່ເໝາະສົມ ແຕ່ການຈັດຂຶ້ນຕ້ອງໄດ້ຮັບການກະກຽມຢ່າງລະອຽດລະອໍ ແລະ ບໍ່ຄວນຄາດຄະເນເວລາອັນລະອຽດ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ມົດສະກູ, ທ່ານ Peskov ຖືວ່າ: ປະຈຸບັນ, ວິວັດການເຈລະຈາ ແນໃສ່ແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານທາງການທູດ ແລະ ການເມືອງພວມຖືກຂາດວັກຂາດຕອນ  ແລະ ຍາກທີ່ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມລະຫວ່າງຝ່າຍຕ່າງໆ.

top