ຂ່າວສານ

ວັກຊີນປ້ອງກັນການຕິດເຊື້ອໂຄວິດ - 19 ຂອງ ອົດສະຕາລີ ໃຫ້ໝາກຜົນເປັນໜ້າຊື່ນຊົມເມື່ອທົດລອງໃນສັດ

      ວັນທີ 29 ເມສາ, ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ Queensland ຂອງ ອົດສະຕາລີ ໃຫ້ຮູ້ວ່າ ໝາກຜົນຂອງການທົດລອງໃນເບື້ອງຕົ້ນຂອງ ວັກຊີນປ້ອງກັນການຕິດເຊື້ອໂຄວິດ - 19 ມີຄວາມເປັນໄປໄດ້ສູງພໍສົມຄວນ ເມື່ອສັດໂຕທົດລອງ ສາມາດຍົກສູງພູມຕ້ານທານ ແລະ ມີຄວາມສາມາດກໍາຈັດເຊື້ອໄວຣັດ SAR – CoV - 2 ໄດ້.

ລະບົບຜະລິດວັກຊີນຂອງບໍລິສັດ CSLຢູ່  Melbourne, ອົດສະຕາລີ (ພາບ: AFP/TTXVN)
      ສາດສະດາຈານ Paul Young ຫົວໜ້າຮ່ວມຂອງກຸ່ມປະຕິບັດງານໂຄງການຄົ້ນຄວ້າວັກຊີນ ໃຫ້ຂໍ້ສັງເກດວ່າ: ໝາກຜົນໃນເບື້ອງຕົ້ນນີ້ ໄດ້ຢັ້ງຢືນໃຫ້ເຫັນປະສິດທິຜົນຂອງວັກຊີນ.
        ໃນຂະນະນັ້ນ, ສາດສະດາຈານ  Kanta Subbarao ສັງກັດສະຖາບັນ Doherty, ເຊິ່ງເປັນຫົວໜ່ວຍທໍາອິດໄດ້ຟື້ນຟູເຊື້ອໄວຣັດ SARS-CoV-2 ຢ່າງສໍາເລັດຜົນໃນຫ້ອງທົດລອງ ຢູ່ນອກດິນແດນຈີນ ໄດ້ຢືນຢັນວ່າ ນີ້ແມ່ນການສຶກສາຄົ້ນຄວ້າທີ່ສໍາຄັນທີ່ສຸດ ເພາະວ່າ ຜົນພາຍຫຼັງຕໍ່ພູມຕ້ານທານ ກັບເຊື້ອໄວຣັດ SARS-CoV-2 ໃນສັດ ຈະເກີດຂຶ້ນຄ້າຍຄືກັນ ຄືກັບຄົນ ຊ່ວຍຮ່າງກາຍມີຄວາມສາມາດປ້ອງກັນຕົວ ໃຫ້ພົ້ນຈາກການແຊກຊຶມຂອງເຊື້ອໄວຣັດ. ຄາດວ່າ ບັນດາໝາກຜົນສຸດທ້າຍຈາກບັນດາການວິໄຈໃນເບື້ອງຕົ້ນຈະຖືກປະກາດໃນຕົ້ນເດືອນ ມິຖຸຸນາ ກ່ອນທີ່ວັກຊີນ ຖືກນໍາເຂົ້າທົດລອງຂອງຄົນຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)


top