ຂ່າວສານ

ວັກຊິນກັນໂຄວິດ-19 ໂດຍຫວຽດນາມຜະລິດ ຄາດວ່າຈະມີລາຄາ 120.000 ດົ່ງ/ເຂັມ

      ຖ້າຫາກການທົດລອງບັນລຸຜົນສຳເລັດ, ວັກຊິນ Nanocovax ຈະມີລາຄາພຽງ 120.000 ດົ່ງ/ເຂັມ.

ວັກຊິນ Nanocovax
(ພາບ: Vietnam+)
      ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທີ່ພິທີເລີ່ມທົດລອງສັກວັດຊິນກັນໂຄວິດໄລຍະ 1, ນັກຜະລິດໃຫ້ຮູ້ວ່າ, ຖ້າຫາກການທົດລອງບັນລຸຜົນສຳເລັດ, ວັກຊິນ Nanocovax ຈະມີລາຄາພຽງ 120.000 ດົ່ງ/ເຂັມ.
        ຄາດວ່າ, ການທົດລອງວັກຊິນ Nanocovax ໄລຍະທີ 2 ຈະດຳເນີນໃນລະຫວ່າງເດືອນ ກຸມພາ ຫາເດືອນ ສິງຫາ ປີ 2021, ໄລຍະທີ 3 ຄາດວ່າຈະດຳເນີນໃນລະຫວ່າງເດືອນ ສິງຫາ 2021 ຫາ ເດືອນ ກຸມພາ 2022. ການທົດລອງຊັກຊິນນີ້ແມ່ນຈະສັກໃຫ້ຜູ້ທີ່ຢູ່ໃນເກນອາຍຸແຕ່ 12 ຫາ 75 ປີ.
(ແຫຼ່ງຄັດຈາກ VOV)

top