ຂ່າວສານ

ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 800.000 ໂດສ ຈະໄດ້ຈັດແບ່ງໃຫ້ແກ່ນະຄອນ ໂຮ່ຈີມິນ

      ກະຊວງສາທາລະນະສຸກ ຫວຽດນາມ ຈະສົ່ງວັກຊິນກັນພະຍາດໂຄວິດ - 19 ຈໍານວນ 800.000 ໂດສ ໃຫ້ແກ່ນະຄອນ ໂຮ່ຈີມິນ ເພື່ອສັກໃຫ້ປະຊາຊົນ ໃນສະພາບການທີ່ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ນະຄອນ ໂຮ່ຈີມິນ ໄດ້ເພີ່ມຂຶ້ນກາຍຕົວເລກ 1.000 ກໍລະນີ ໃນການແຜ່ລະບາດຮອບທີ 4 ນີ້.
ນະຄອນ ໂຮ່ຈີມິນ ຫາກໍມີ 12.136 ຄົນໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 
      ຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ແລ້ວ, ບໍ່ພຽງແຕ່ບັນດາຮາກຖານສາທາລະນະສຸກ ເທົ່ານັ້ນ ຫາກທຸກແຫຼ່ງກຳລັງ ນັບທັງທະຫານ, ມະຫາວິທະຍາໄລແຫ່ງຕ່າ ງໆ ກໍຄື ໂຄງໝໍແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດສຸກສາລາຕາແສງ ກໍ່ຈະເຂົ້າຮ່ວມການສັກວັກຊິນ. ກະຊວງສາທາລະນະສຸກ ກໍຈະຈັດການສັກວັກຊິນແບບເຄື່ອນທີ່ ເພື່ອສາມາດປະຕິບັດບັ້ນສັກວັກຊິນຄົບຕາມຈຳນວນ ເຊິ່ງລັດຖະບານໄດ້ຈັດແບ່ງໃຫ້ນະຄອນໃນໄລຍະເວລາອັນສັ້ນທີ່ສຸດ.
 (ແຫຼ່ງຄັດຈາກ VOV)


top