ຂ່າວສານ

ວັກຊິນກັນພະຍາດໂຄວິດ - 19 ຈະຈັດແບ່ງຖືກຕາມແຜນການ

      ຕອນເຊົ້າວັນທີ 18 ມິຖຸນາ ໄດ້ດຳເນີນກອງປະຊຸມຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະ ເປັນປະທານ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: chinhphu.vn)
      ທີ່ກອງປະຊຸມ, ຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຮັບຟັງບົດລາຍງານຂອງກະຊວງສາທາລະນະສຸກ ກ່ຽວກັບການສຳຫຼວດກວດກາຄືນບັ້ນສັກວັກຊິນກັນພະຍາດໂຄວິດ - 19 ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນທົ່ວໂລກ. ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງປ້ອງກັນປະເທດ, ທ້ອງຖິ່ນຕ່າງໆ ມີຄວາມຮັບຜິດຊອບໃນການຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ຖືກຕາມແຜນການ, ບໍ່ປະໃຫ້ເກີດສະພາບສັກວັກຊິນຢ່າງຊັກຊ້າ. ໄປຄຽງຄູ່ກັນນັ້ນ, ສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ, ວິສາຫະກິດ ໄດ້ສຳຜັດ ແລະ ຊື້ວັກຊິນກັນພະຍາດໂຄວິດ - 19 ແລະ ສົ່ງເຂົ້າມາ ຫວຽດນາມ ໂດຍດ່ວນ.
            ກະຊວງສາທາລະນະສຸກ ກຳລັງຊຸກຍູ້ກ ບໍລິສັດ ວັກຊິນ ແລະ ຜະລິດຕະພັນການຢາ ເລກ 1 ຈຳກັດຜູ້ດຽວ (VABIOTECH) ຮັບການຖ່າຍທອດເຕັກໂນໂລຢີຜະລິດວັກຊິນ Sputnik V ຂອງ ລັດເຊຍ, ຄາດວ່າໃນເດືອນ ກໍລະກົດ ຈະໄດ້ນຳເຂົ້າຜະລິດ.
(ແຫຼ່ງຄັດຈາກ VOV)


top