ຂ່າວສານ

ວັກຊິນ Sputnik V ຂອງ ລັດເຊຍ ບັນລຸໄດ້ປະສິດທິຜົນ 91,6% ໃນການທົດລອງໄລຍະສຸດທ້າຍ

      ວັກຊິນກັນພະຍາດໂຄວິດ - 19 ວັກຊິນ Sputnik V ຂອງ ລັດເຊຍ ບັນລຸໄດ້ປະສິດທິຜົນ 91,6% ໃນການສະກັດກັ້ນການຂະຫຍາຍຂອງເຊື້ອໄວຣັດ SARS – CoV – 2 ໃນຮ່າງກາຍຂອງຄົນ.
ວັກຊິນ Sputnik V ຂອງ ລັດເຊຍ (ພາບ: TTXVN)
      ຜົນການທົດລອງຂອງໄລຍະສຸດທ້າຍໄດ້ຮັບການເຊັນອະນຸມັດ ແລະ ປະກາດໃນວາລະສານແພດສາດສາກົນ The Lancent ໃນວັນທີ 2 ກຸມພາ ໂດຍໄດ້ຊີ້ໃຫ້ເຫັນວ່າ ວັກຊິນກັນພະຍາດໂຄວິດ - 19 ວັກຊິນ Sputnik V ຂອງ ລັດເຊຍ ບັນລຸໄດ້ປະສິດທິຜົນ 91,6% ໃນການສະກັດກັ້ນການຂະຫຍາຍຂອງເຊື້ອໄວຣັດ SARS – CoV – 2 ໃນຮ່າງກາຍຂອງຄົນ. ທ່ານ Kirill Dmitriev, ຜູ້ອຳນວຍການຝ່າຍບໍລິຫານ ກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ໃຫ້ຮູ້ວ່າ ໄດ້ແບ່ງປັນຂໍ້ມູນການທົດລອງໄລຍະ 3 ກັບ ບັນດາອົງການຄຸ້ມຄອງການຢາແຫ່ງຊາດ ແລະ ເລີ່ມດຳເນີນວິວັດການຍື່ນສະເໜີຕໍ່ອົງການການຢາ ເອີຣົບ (EMA) ເພື່ອໄດ້ຮັບການເຊັນອະນຸມັດຈາກ ສະຫະພາບ ເອີຣົບ.
 (ແຫຼ່ງຄັດຈາກ VOV)
 


top