ຂ່າວສານ

ວັກຊິນ Pfizer ກັນພະຍາດໂຄວິດ - 19 ຈຳນວນປະມານ 50 ລ້ານໂດສ ຈະສົ່ງມາຫວຽດນາມ ໃນທ້າຍປີນີ້

      ວັກຊິນກັນພະຍາດໂຄວິດ - 19 ອາດຈະສົ່ງມາຮອດ ຫວຽດນາມ ໃນໄຕມາດທີ 4 ນີ້ ເປັນຈຳນວນຫຼາຍ. ສະເພາະວັກຊິນ Pfizer ແມ່ນແຕ່ 47 – 50 ລ້ານໂດສ.
ວັກຊິນ Pfizer (ພາບ: CNN)
      ວັນທີ 2 ສິງຫາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ ວັກຊິນກັນພະຍາດໂຄວິດ - 19 ອາດຈະສົ່ງມາຮອດ ຫວຽດນາມ ໃນໄຕມາດທີ 4 ນີ້ ເປັນຈຳນວນຫຼາຍ. ສະເພາະວັກຊິນ Pfizer ແມ່ນແຕ່ 47 – 50 ລ້ານໂດສ.
        ກະຊວງສາທາລະນະສຸກ ກໍໄດ້ອອກເອກະສານຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຍູ້ໄວຄວາມຄືບໜ້າສັກວັກຊິນກັນພະຍາດໂຄວິດ - 19. ຕາມນັ້ນແລ້ວ, ບັນດາແຂວງ, ນະຄອນ ຕ້ອງສ້າງແຜນການສັກວັກຊິນໃນເວລາໄວທີ່ສຸດເທົ່າທີ່ຈະໄວໄດ້ ແຕ່ກໍຕ້ອງຮັບປະກັນຄວາມປອດໄພ.
(ແຫຼ່ງຄັດຈາກ VOV)


top