ຂ່າວສານ

ລົດໄຟ RCEP ຖ້ຽວທຳອິດຂອງ ຈີນ ມາຮອດ ຫວຽດນາມ

      ລົດໄຟໄດ້ຂົນສົ່ງຄອນເທນເນີສິນຄ້າ 25 ຕູ້ກ່ຽວຂ້ອງເຖິງການແລກປ່ຽນການຄ້າທຳມະດາ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນ
ລົດໄຟໄດ້ຂົນສົ່ງຄອນເທນເນີສິນຄ້າ 25 ຕູ້
(ພາບ: Chinanews)
      ວັນທີ 01 ມັງກອນ, ລົດໄຟຖ້ຽວໜຶ່ງເລີ່ນເດີນທາງຈາກສະຖານນີລົດໄຟສາກົນ ໜານໜິງ, ເຂດປົກຄ້ອງດ້ວຍຕົນເອງເຜົ່າ ຈວາງ ກວາງຊີ (ຈີນ) ເພື່ອມາ ຮ່າໂນ້ຍ.ນີ້ແມ່ນລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດຂອງ ຈີນ ພາຍຫຼັງສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ມີຜົນສັກສິດ. ລົດໄຟໄດ້ຂົນສົ່ງຄອນເທນເນີສິນຄ້າ 25 ຕູ້ກ່ຽວຂ້ອງເຖິງການແລກປ່ຽນການຄ້າທຳມະດາ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນ, ຄື: ເຄື່ອງອາໄຫຼ່ເອເຕັກໂຕນິກ, ເຄື່ອງຂອງທີ່ຈຳເປັນ, ຜະລິດຕະພັນເຄມີ…, ລວມມູນຄ່າກວ່າ 10 ລ້ານ USD. ລົດໄຟນີ້ໃຊ້ເວລາເດີນທາງ 28 ຊົ່ວໂມງເພື່ອມາຮອດ ຮ່າໂນ້ຍ.
        ສັນຍາ RCEP ເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2022 ແລະ ໄດ້ຮັບຖືວ່າຈະເປັນການຊຸກຍູ້ການຟື້ນຟູຢູ່ພາກພື້ນ, ທັງເປັນການສົ່ງເສີມປະກອບສ່ວນຍູ້ແຮງເສດຖະກິດທົ່ວໂລກ.
(ແຫຼ່ງຄັດຈາກ VOV)


top