ຂ່າວສານ

ລົດເຄື່ອນໄຫວອັດຕະໂນມັດລະດັບ 4 - ການກຳນົດທິດໃນອະນາຄົດໃຫ້ແກ່ຂະແໜງເຕັກໂນໂລຊີເຄື່ອນໄຫວອັດຕະໂນມັດຢູ່ ຫວຽດນາມ

ໃນທ່າອ່ຽງຂອງການປະຕິວັດອຖດສາຫະກຳຄັ້ງທີສີ່, ບັນດານັກວິທະຍາສາດ ຫວຽດນາມ ໄດ້ປັບຕົວຢ່າງວ່ອງໄວ ແລະ ໜູນໃຊ້ເຕັກໂນໂລຊີວິທະຍາສາດເຕັກນິກ ເພື່ອພັດທະນາເສດຖະກິດສັງຄົມ. ໃນນັ້ນສະມາຊິກໜຶ່ງຂອງກຸ່ມບໍລິສັດ ເຟນີກາ (ບໍລິສັດຮຸ້ນສ່ວນ ກຸ່ມບໍລິສັດ ເຟື້ອງຮວ່າງແຊັງ) ໄດ້ຄົ້ນຄວ້າ ແລະ ໃຫ້ກຳເນີດຜະລິດຕະພັນລົດເຄື່ອນໄຫວອັດຕະໂນມັດ ອັດສະລິຍະລະດັບສີ່ ລຸ້ນທຳອິດຢູ່ ຫວຽດນາມ ດ້ວຍບັນດາຄຸນປະໂຫຍດຈຸດດີໂດຍຖັນແຖວນັນວິທະຍາສາດ ນັກຊ່ຽວຊານຊາວ ຫວຽດນາມ ຄົ້ນຄວ້າ ພັດທະນາ ແລະ ເຂົ້ານຳໃຊ້ການ.
 
  ລົດເຄື່ອນໄຫວອັດຕະໂນມັດລະດັບ 4  

 

  ລົດເຄື່ອນໄຫວອັດຕະໂນມັດ ອັດສະລິຍະລະດັບສີ່ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາຕົວຢ່າງລົດເຄື່ອນໄຫວອັດຕະໂນມັດໃນໂລກທີ່ມີຄຸນປະໂຫຍດເຄື່ອນໄຫວອັດຕະໂນມັດລະດັບສີ່ ໃນລະບົບວັດແທກ 5 ລະດັບໂດຍສະຫະສະມາຄົມວິສາວະກອນລົດໃຫຍ່ສ້າງຂຶ້ນ. ລົດມີຄຸນປະໂຫຍດ 40 ຢ່າງໂດຍອັດສະລິຍະ ແບ່ງເປັນສີ່ກຸ່ມລະບົບຄື ລະບົບຄວບຄຸມເລນທາງ, ລະບົບປອດໄພ, ລະບົບສັງເກດ ແລະ ລະບົບບັນຊາອັດສະລິຍະ. ທ່ານ ເລແອັງເຊີນ ຜູ້ອຳນວຍການບໍລິສັດ ເຟນີກາ ໃຫ້ຮູ້ວ່າ:

     “ລົດເຄື່ອນໄຫວອັດຕະໂນມັດ ຂະຫຍາຍຕົວ ແລະ ສະເໜີຕົວເມື່ອປີ 2020 ແລະ ໄດ້ເລີ່ມຜັນຂະຫຍາຍຢູ່ບາງສະຖານທີ່ ນັ້ນແມ່ນເຂດຕ່າງຫາກ, ຍັງບໍ່ທັນແມ່ນການຄົມມະນາຄົມສາທາລະນະ ລົດໄດ້ຮັບການທົດລອງບັນດາຄຸນປະໂຫຍດຄື ປ່ຽນເລນທາງ, ຫຼີກເວັ້ນສິ່ງກີດຂວາງ”.

    ລົດເຄື່ອນໄຫວອັດຕະໂນມັດອັດສະລິຍະ ເຟລີກາ ຕົວຢ່າງລົດ ໂຟຣໂຕຕິບ ທຳອິດໄດ້ຮັບການສ້າງໃຫ້ສົມບູນແບບ ພາຍຫຼັງພຽງ 6 ເດືອນ ໂດຍກຸ່ມໂຄງການແມ່ນບັນດານັກວິທະຍາສາດ ນັກຊ່ຽວຊານ ແລະ ວິສາວະກອນ ແລະ ຂຶ້ນກັບກຸ່ມບໍລິສັດ ເຟນີກາ. ລົດປະເພດນີ້ ມີລະບົບປ່ຽນເລນທາງໂດຍອັດຕະໂນມັດ ລະບົບສັງເກດປ້າຍເຕືອນ, ສັງເກດຍານພາຫະນະ ແລະ ຄົນຍ່າງ... ນອກຈາກນັ້ນລະບົບການບັນຊາຂອງລົດ ຍັງສາມາດສ້າງເສັ້ນທາງເຄື່ອນຍ້າຍ ແລະ ຕັ້ງລະດັບຄວາມໄວສູງສຸດຈາກໄກ, ລະບົບເຄື່ອນຍ້າຍໂດຍອັດຕະໂນມັດເຂົ້າບໍລິເວນຈອດລົດ... ທ່ານ ເລແອັງເຊີນ ໃຫ້ຮູ້ວ່າ:

     “ມີເຕັກໂນໂລຊີຫຼາຍຢ່າງຖືກນຳໃຊ້ໃນລົດເຄື່ອນໄຫວອັດຕະໂນມັດ. ເຕັກໂນໂລຊີທຳອິດ ແມ່ນເຕັກໂນໂລສ້າງແຜນທີ່,ນີ້ແມ່ນແຜນທີ່ດີຈີຕອນ ທີ່ມີຄຸນນະພາບສູງ ຖືກສ້າງຂຶ້ນໂດຍຜ່ານສອງເຕັກໂນໂລຊີຫຼັກນັ້ນແມ່ນເຕັກໂນໂລຊີຮູບຖ່າຍນຳໃຊ້ພາຫະນະບິນບໍ່ມີຄົນຂັບ ເພື່ອຖ່າຍຮູບ ອັນໄດ້ສ້າງບັນດາຮູບຖ່າຍສາມມິຕິແລະ ມີຈຸດທີ່ຕັ້ງຕິດໃສ່ບັນດາສະຖານທີ່ໃນຮູບ,  ເຕັກໂນໂລຊີທີສອງແມ່ນນຳໃຊ້ເຕັກໂນໂລຊີເລດາ ນີ້ແມ່ນລະບົບສຳຜັດນຳໃຊ້ແສງເລເຊີ ເພື່ອວັດແທກໄລຍະຫ່າງເຖິງບໍ່ວ່າວັດຖຸໃດ.  ສ່ວນເຕັກໂນໂລຊີທີສາມ ແມ່ນເຕັກໂນໂລຊີພູມປັນຍາທຽມຖືກນຳໃຊ້ຫຼາຍທີ່ສຸດໃນລົດເຄື່ອນໄຫວອັດຕະໂນມັດ”.

        ທີ່ກອງປະຊຸມສຳມະນາສາກົນວ່າດ້ວຍຫົວຂໍ້ “ເຕັກໂນໂລຊີ ເຄື່ອນໄຫວອັດຕະໂນມັດ ແລະ ຄົມມະນາຄົມອັດສະລິຍະເປັນຄັ້ງທຳອິດຢູ່ ຫວຽດນາມ ໄດ້ຖືກຈັດຂຶ້ນໃນເດືອນ ມີນາ ປີ 2021 ກຸ່ມບໍລິສັດ ເຟນີກາ ໄດ້ແນະນຳລົດປະເພດນີ້ຕໍ່ມວນຊົນ ກໍ່ຄືບັນດານັກວິທະຍາສາດໃນໂລກ.  ເລື່ອງປະກາດ ແລະ ນຳໃຊ້ຕົວຈິງ ສຳລັບລົດເຄື່ອນໄຫວອັດຕະໂນມັດ ຂອງກຸ່ມບໍລິສັດ ໄດ້ຮັບຖືວ່າ ແມ່ນຈຸດທີ່ພົ້ນເດັ່ນຂອງເຫດການອັນໄດ້ດຶງດູດຄວາມສົນໃຈ ແລະ ໄດ້ຮັບການຕີລະຄາສູງຈາກວົງການນັກວິຊາສະເພາະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ ແລະ ວົງຄະນາຍາດສັງຄົມ. ນີ້ເປັນຫຼັກໝາຍທີ່ສຳຄັນຂີດໝາຍໝາກຜົນໃນເບື້ອງຕົ້ນ ໃນການນຳໃຊ້ເຕັກໂນໂລຊີລົດອັດຕະໂນມັດລະດັບສີ່ ແລະ ການຜະລິດຕົວຢ່າງລົດ ໂຟຣໂຕຕິບ ທຳອິດໃນລະດັບນີ້ ເຊິ່ງເປັນການຢັ້ງຢືນຄວາມສາມາດທີ່ພົ້ນເດັ່ນໃນການຄົ້ນຄວ້າພັດທະນາ ໜູນໃຊ້ວິທະຍາສາດເຕັກໂນໂລຊີ  ແລະ ຜັນຂະຫຍາຍຜະລິດຕະພັນເຕັກໂນໂລຊີສູງອັດສະລິຍະ ມີຄຸນນະພາບ ແລະ ນຳໜ້າຂອງກຸ່ມບໍລິສັດ ເຟນີກາ. ທ່ານ ຟານເຕິມ ຮອງລັດຖະມົນກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ຕີລາຄາວ່າ ຜົນຂອງການຄົ້ນຄວ້າ ພັດທະນາ ແລະ ທົດລອງລົດເຄື່ອນໄຫວອັດຕະໂນມັດຂອງ ເຟນີກາ ໄດ້ຢັ້ງຢືນວ່າ ວົງການນັກຄົ້ນຄ້ວາເຕັກໂນໂລຊີ ຫວຽດນາມ ຊາວຫວຽດນາມ ກໍ່ສາມາດເປັນເຈົ້າທາງດ້ານເຕັກໂນໂລຊີ 4.0, ສາມາດຄົ້ນຄວ້າປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊີ  Make in Vietnam.  ບັນດານັກຄົ້ນຄວ້າຂອງກຸ່ມບໍລິສັດ ແມ່ນການລະດົມກຳລັງໃຈໃຫ້ແກ່ປະຊາຄົມວິສາຫະກິດ ເຕັກໂນໂລຊີ ດີຈີຕອນ  ຫວຽດນາມ, ສາມາດປຸກລຸກຄວາມເມົາມົວປ່ຽນແປງໃໝ່ ປະດິດຄະດສ້າງ. ເພື່ອຮັບປະກັນການເຄື່ອນໄຫວລະບົບລົດໄຟຟ້າ ຢ່າງປອດໄພທີ່ສຸດ ກ່ອນທີ່ຈະນຳເຂົ້າສູ່ການຜັນຂະຫຍາຍ, ເຟນີກາ ໄດ້ທົດລອງເຄື່ອນໄຫວ ໃນສະພາບສິ່ງແວດລ້ອມຕົວຈິງ ຢູ່ເຂດຕົວເມືອງ ເອໂກປັກ ທີ່ເມືອງ ວັນຢາງ ແຂວງ ຮຶງອຽນ. ຜ່ານການທົດລອງເປັນເວລາ 2 ອາທິດ ລົດດັ່ງກ່າວສາມາດປະສົມຜົນສຳເລັດໃນເບື້ອງຕົ້ນ  ແລະ ໄດ້ຮັບການຕອບສະໜອງຈາກຊຸມຊົນ ທີ່ດຳລົງຊີວິດຢູ່ບໍລິເວນນີ້. ທ່ານ ຫງວຽນຊວັນຟຸກ ຜູ້ອຳນວຍການດຳເນີນທຸລະກິດ ຂອງບໍລິສັດ ເອໂກເຕັກ ຫົວໜ່ວຍສະມາຊິກຂອງ ເອໂກປັກ ໃຫ້ຮູ້ວ່າ:

“ໃນແຜນສ້າງຕົວເມືອງອັດສະລິຍະໂດຍ ເອໂກເຕັກ ຜັນຂະຫຍາຍ ຢູ່ເຂດຕົວເມືອງ ເອໂກປັກ, ລົດເຄື່ອນໄຫວອັດຕະໂນມັດລະດັບສີ່ ຂອງ ເຟນີກາ ໄດ້ຮັບການຮັບຮູ້. ຜ່ານການທົດລອງກໍ່ເຫັນວ່າ ລົດມີຄວາມປອດໄພສຳລັບຊຸມຊົນ, ທີສອງນຳມາສູ່ການນຳໃຊ້ທີ່ດີ ແລະ ທີສາມແມ່ນລົດສາມາດຫຼຸດຜ່ອນການບັນຊາຂອງຄົນ ແລະ ລົດກໍ່ສາມາດແລ່ນເອງ ໃນເວລາຕ່າງຫາກຄື ແຕ່ 21 ໂມງ ຫາ 24 ໂມງຕອນຄ່ຳ ແລະ ລົດກໍ່ສາມາດແລ່ນເອງໄປຍັງຈຸດສາກຖ່ານ”.

ນີ້ກໍ່ແມ່ນຫຼັກໝາຍທີ່ສຳຄັນຜົນສຳເລັດຂອງ ເຟນີກາ ໃນການຄົ້ນຄວ້າ ແລະ ຂະຫຍາຍເຕັກໂນໂລຊີ ລົດເຄື່ອນໄຫວອັດຕະໂນມັດ. ພ້ອມກັນນັ້ນກໍ່ໄດ້ເປີດໂອກາດນຳເຕັກໂນໂລຊີລົດເຄື່ອນໄຫວອັດຕະໂນມັດ  ຮັບໃຊ້ການຂົນສົ່ງມະນຸດສິນຄ້າ ໃນບັນດາເຂດທ່ອງທ່ຽວ, ເດີ່ນກ໋ອບ, ເຂດຕົວເມືອງ, ສະໜາມບິນກໍ່ຄືໂຮງຈັກໂຮງງານຕ່າງໆ.


top