ຂ່າວສານ

ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ

ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13  ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 28 ມັງກອນ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ເຮັດວຽກຢູ່ ຫໍປະຊຸມ ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13.ທ່ານ ເຈີນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ຕາງຫນ້າໃຫ້ຄະນະປະທານບໍລິຫານວາລະປະຊຸມ.

ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13  ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.

(ແຫຼ່ງຄັດຈາກ VOV)


top