ຂ່າວສານ

ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຊົມ​ເຊີຍ ຫວຽດ​ນາມ ທີ່​ດັດ​ປັບ​ນະ​ໂຍ​ບາຍ​ຢ່າງ​ທັນ​ການ​ເພື່ອ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ຢູ່ COP26 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສະແດງຊົມເຊີຍຕໍ່ຂໍ້ສະເໜີຂອງບັນດາປະເທດພັດທະນາ, ໃນນັ້ນ ມີລາຊະອານາຈັກ ອັງກິດ, ເພື່ອໜູນຊ່ວຍ ຫວຽດນາມ ໃນການສ້າງກອບນິຕິກຳ, ເຕັກໂນໂລຢີເຕັກນິກ, ປະສົບການ ແລະ ທຶນຮອນທີ່ຈຳເປັນເພື່ອພັດທະນາພະລັງງານຜະລິດຄືນໃໝ່ ແນໃສ່ປະຕິບັດບັນດາຄຳໝັ້ນສັນຍາໃນກອງປະຊຸມ COP26.

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສະແດງຊົມເຊີຍຕໍ່ຂໍ້ສະເໜີຂອງບັນດາປະເທດພັດທະນາ, ໃນນັ້ນ ມີລາຊະອານາຈັກ ອັງກິດ, ເພື່ອໜູນຊ່ວຍ ຫວຽດນາມ ໃນການສ້າງກອບນິຕິກຳ, ເຕັກໂນໂລຢີເຕັກນິກ, ປະສົບການ ແລະ ທຶນຮອນທີ່ຈຳເປັນເພື່ອພັດທະນາພະລັງງານຜະລິດຄືນໃໝ່ ແນໃສ່ປະຕິບັດບັນດາຄຳໝັ້ນສັນຍາໃນກອງປະຊຸມ COP26. 

    

ການພົບປະລະຫວ່າງທ່ານ ຟານວັນມ໊າຍ ປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ Graham Stuart ທູດພິເສດຮັບຜິດຊອບດ້ານການຄ້າຂອງທ່ານນາຍົກລັດຖະມົນຕີ ອັງກິດ ປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ  (ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງອານ ໃນການ ເຮັດວຽກກັບທ່ານ Graham Stuart, ທູດພິເສດຮັບຜິດຊອບດ້ານການຄ້າຂອງທ່ານນາຍົກລັດຖະມົນຕີ ອັງກິດ ປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ ໃນວັນທີ 5 ເມສາ.

ເມື່ອແລກປ່ຽນກ່ຽວກັບບັນຫາພະລັງງານ, ທ່ານ Graham Stuart ຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດຫຼຸດປະລິມານການປ່ອຍອາຍພິດລົງເປັນ “0” ໃນປີ 2050 ຢູ່ COP26; ຊົມເຊີຍ ຫວຽດນາມ ທີ່ສ້າງແຜນການໃນທັນທີ ເພື່ອດັດປັບຍຸດທະສາດ, ນະໂຍບາຍຢູ່ພາຍໃນປະເທດກ່ຽວກັບດິນຟ້າອາກາດໃຫ້ສອດຄ່ອງ ແລະ ບັນລຸໄດ້ເປົ້າໝາຍດັ່ງກ່າວ. ທ່ານ Graham Stuart ກໍໄດ້ແບ່ງປັນກ່ຽວກັບການປະສົບຜົນສຳເລັດໃນການພັດທະນາພະລັງງານຜະລິດຄືນໃໝ່, ຫຼຸດຜ່ອນການອີງໃສ່ແຫຼ່ງພະລັງງານໄຟຟ້າຈາກຖ່ານຫີນຢູ່ ອັງກິດ ແລະ ສົ່ງເສີມ ຫວຽດນາມ ບັນລຸໄດ້ເປົ້າໝາຍທີ່ໃຫຍ່ກວ່າແກ່ການພັດທະນາຂຽວ ໃນ ແຜນກຳນົດໄຟຟ້າ VIII ດ້ວຍແຜນການ ແລະ ກົນໄກສົ່ງເສີມການລົງທຶນເຂົ້າພະລັງງານຜະລິດຄືນໃໝ່.

ທີ່ການພົບປະກັບທ່ານ ຟານວັນມ໊າຍ ປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃນຕອນບ່າຍຂອງວັນດຽວກັນ, ທ່ານ Graham Stuart ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການຮ່ວມມືລະຫວ່າງສອງຝ່າຍ ແລະ ໃຫ້ຮູ້ວ່າ ອັງກິດ ຖືເປັນສຳຄັນທີ່ຕັ້ງ, ຄວາມສາມາດບົ່ມຊ້ອນໃນຂົງເຂດພັດທະນາຄົມມະນາຄົມຂຽວ, ຮັບປະກັນແຫຼ່ງບຸກຄະລາກອນ, ກໍ່ສ້າງຕົວເມືອງອັດສະລິຍະ, ຫັນເປັນດີຈີຕອນ…

(ແຫຼ່ງຄັດຈາກ VOV)


top