ຂ່າວສານ

ລາວ​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ຂອງ​ປີ 2023

ວາລະສານ National Geographic, ເຊິ່ງແມ່ນໜຶ່ງໃນບັນດາວາລະສານທີ່ມີອິດທິພົນຊື່ສຽງ ແລະ ມີຜູ້ອ່ານຫຼາຍທີ່ສຸດໃນໂລກ ໄດ້ຄັດເລືອກລາວແມ່ນໜຶ່ງໃນຈຳນວນ 25 ສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈທີ່ສຸດ ເຊິ່ງແຂກທ່ອງທ່ຽວຄວນມາທ່ຽວໃນປີ 2023.
  ພາບປະກອບ: AFP/TTXVN  

ຜ່ານຄູ່ມືການທ່ອງທ່ຽວລາວ, National Geographic ໄດ້ແນະນຳປະເທດລາວ ດ້ວຍສະຖານທີ່ທ່ອງທ່ຽວຫຼາຍແຫ່ງໃຫ້ແກ່ຜູ້ອ່ານ ແລະ ແຂກທ່ອງທ່ຽວ. ຕາມວາລະສານນີ້ແລ້ວ, ເສັ້ນທາງລົດໄຟ ລາວ - ຈີນ ດ້ວຍຄວາມໄວຂຶ້ນເຖິງ 160 ກິໂລແມັດ/ຊົ່ວໂມງ ຈະຊ່ວຍໃຫ້ແຂກທ່ອງທ່ຽວໄດ້ສຳຜັດກັບເຂດທີ່ໃນເມືອກ່ອນບໍ່ມີຜູ້ຮູ້ຈັກຫຼາຍຂອງລາວ, ພ້ອມທັງເປີດບັນດາກາລະໂອກາດດ້ານເສດຖະກິດໃຫ້ແກ່ທ້ອງຖິ່ນ. ຕາມສື່ມວນຊົນຂອງລາວແລ້ວ, ໃນອາທິດນີ້,  ວາລະສານທ່ອງທ່ຽວທີ່ມີຊື່ສຽງ Wanderlust - ມີສຳນັກງານຕັ້ງຢູ່ອັງກິດກໍ່ໄດ້ຄັດເລືອກລາວແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວດີທີ່ສຸດເພື່ອມາທ່ຽວໃນເດືອນ ມັງກອນປີ 2023. ລາວ ຢືນຢູ່ອັນດັບທີ 6 ໃນບັນຊີລາຍຊື່.


top