ຂ່າວສານ

ລາວຮ່ວມແຮງຮ່ວມໃຈພ້ອມກັບຫວຽດນາມໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19

ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ ໄດ້ໄປສະຖານກົງສູນຫວຽດນາມ ປະຈຳແຂວງ ຫຼວງພະບາງ ເພື່ອມອບເງິນຈຳນວນ 10.000 USD ໜູນຊ່ວຍແຂວງ ດ້ຽນບຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ຜູ້ຕາງໜ້າແຂວງ ໄຊຍະບູລີ ມອບເງິນໜູນຊ່ວຍໃຫ້ 5 ແຂວງຂອງຫວຽດນາມ. (ພາບ: TTXVN)

ໃນສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ຍັງມີການຜັນແປຢ່າງສັບສົນ, ມີຫຼາຍອົງການ, ຫົວໜ່ວຍຂອງລາວ ໄດ້ສະໜັບສະໜູນເງິນ ເພື່ອແນໃສ່ພ້ອມກັບລັດຖະບານຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດທີ່ອັນຕະລາຍນີ້.

        ວັນທີ 08 ມິຖຸນາ, ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ ໄດ້ໄປສະຖານກົງສູນຫວຽດນາມ ປະຈຳແຂວງ ຫຼວງພະບາງ ເພື່ອມອບເງິນຈຳນວນ 10.000 USD ໜູນຊ່ວຍແຂວງ ດ້ຽນບຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ແລະກໍ່ໃນວັນດຽວກັນ, ຜູ້ຕາງໜ້າແຂວງ ໄຊຍະບູລີ ກໍ່ໄປຍັງມາສະຖານກົງສູນຫວຽດນາມ ປະຈຳແຂວງ ຫຼວງພະບາງ ເພື່ອມອບເງິນຈຳນວນເກືອບ 27.600 USD ໜູນຊ່ວຍໃຫ້ 5 ແຂວງຂອງຫວຽດນາມ ລວມມີ: ອຽນບາຍ, ກວາງນິງ, ເຊີນລາ, ທາຍບິ່ງ ແລະ ດ້ຽນບຽນ ຮັບມືກັບໂລກລະບາດ ເຊັ່ນດຽວກັນ.

        ທີ່ບັນດາການພົບປະ, ການນຳບັນດາແຂວງຂອງລາວ ສະແດງຄວາມປາດຖະໜາວ່າ ສະຖານກົງສູນ ກໍຄືບັນດາທ້ອງຖິ່ນຂອງຫວຽດນາມ ຕັ້ງໜ້າຮ່ວມມື, ແລກປ່ຽນບັນດາຂໍ້ມູນຂ່າວສານກ່ຽວກັບໂລກລະບາດກັບບັນດາທ້ອງຖິ່ນທາງພາກເໜືອຂອງລາວ, ກໍຄືການແກ້ໄຂຢູ່ທ້ອງຖິ່ນເມື່ອເກີດໂລກລະບາດ, ສົມທົບກັນເພື່ອປ້ອງກັນ, ຕ້ານໂລກລະບາດ; ພ້ອມກັນນັ້ນຢືນຢັນຄວາມເຊື່ອໝັ້ນຕໍ່ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຄວບຄຸມ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດ.

(ແຫຼ່ງຄັດຈາກ VOV)


top