ຂ່າວສານ

ລາວສະແດງລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ”

      ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ຫໍວັດທະນະທຳແຫ່ງຊາດ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ” ໄດ້ຖືກສະເໜີຕໍ່ຜູ້ຊົມ.

(ອ້າຍທະຫານລາວ ແລະ ຫວຽດນາມ)
      ບົດລະຄອນໂດຍສະມາຄົມນັກສິລະປະລາວ, ກົມສະແດງສິລະປະ - ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ສ້າງຂຶ້ນ ເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ - ລາວ 2017.
        ລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ” ໄດ້ສ້າງມາຈາກເລື່ອງລາວ ທີ່ມີຈິງກ່ຽວກັບຮູບພາບບັນດາອ້າຍທະຫານອາສາສະໝັກຫວຽດນາມ ໄດ້ພ້ອມກັບບັນດາເພື່ອນສະຫາຍລາວ ຕໍ່ສູ້ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານຢູ່ສະໜາມຮົບ ຊຽງຂວາງ, ທາງພາກເໜືອລາວ ເມື່ອປີ 1972.
        ລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ” ໂດຍນັກສິລະປິນ ຫົງນະຄອນ ທູມພາລາ , ກົມສະແດງສິລະປະ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ແຕ່ງບົດລະຄອນ ແລະ ເປັນຜູ້ກຳກັບການສະແດງ, ດ້ວຍຄວາມຍາວ 90 ນາທີ, ພ້ອມກັບການເຂົ້າຮ່ວມຂອງນັກສະແດງຫວຽດນາມ ແລະ ລາວ ກວ່າ 100 ຄົນ.
 (ແຫຼ່ງຄັດຈາກ VOV)
 

top