ຂ່າວສານ

ລາວຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ -19 ໃໝ່ຕື່ມອີກ 1 ກໍລະນີ, ຍົກ​ຍອດ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຂຶ້ນ​ເປັນ16 ກໍລະນີ

ປັດຈຸບັນໄດ້ກວດພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ 1 ຄົນ, ເປັນເພດຍິງ ອາຍຸ 23 ປີ, ປະຈຸບັນ ຢູ່ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ມີປະຫວັດສໍາຜັດກັບຜູ້ຕິດເຊື້ອ ຜູ້ທີ່ 10 ພະນັກງານ DHL ນະ ຄອນຫລວງວຽງຈັນ.

ໃນວັນທີ 9 ເມສາ 2020, ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມໂຄວິດ-19 ນະຄອນຫລວງວຽງຈັນ, ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະ ສະເພາະກິດ ພ້ອມດ້ວຍຄະນະ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນໄດ້ກວດພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ 1 ຄົນ, ເປັນເພດຍິງ ອາຍຸ 23 ປີ, ປະຈຸບັນ ຢູ່ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ມີປະຫວັດສໍາຜັດກັບຜູ້ຕິດເຊື້ອ ຜູ້ທີ່ 10 ພະນັກງານ DHL ນະ ຄອນຫລວງວຽງຈັນ.

ຄະນະສະເພາະກິດ ຄວບຄຸມໂຄວິດ-19 ນະຄອນຫລວງວຽງຈັນ

ໃນວັນທີ 8 ເມສາ 2020 ໄດ້ເກັບຕົວຢ່າງມາກວດ 122 ຄົນ, ໃນນີ້ແມ່ນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ມີ 73 ຄົນ, ຈາກບໍລິສັດ ພູເບັຍມາຍນິງ 42, ແຮງງານລາວ ມາຈາກປະເທດໄທ 2, ກໍລະນີ ສົງໃສ 5, ໃນນີ້ພົບຜູ້ຕິດເຊື້ອ 1 ຄົນ; ນັບແຕ່ເດືອນມັງກອນ ຮອດ ວັນທີ 8 ເມສາ 2020, ລວມມີ 903 ຄົນ, ຕິດເຊື້ອທັງໝົດ 16 ຄົນ (ເພີ້ມ1),  ເຊິ່ງ ມີ 5 ກຸ່ມ ການສຳພັດ ແລະ ຕິດພະຍາດ.

ສຳລັບປະຫວັດການສຳຜັດກັບພະຍາດ ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວ ກັບກໍລະນີທີ 10 (ພະນັກງານ DHL), ວັນທີ 27 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ 10 (ພະນັກງານ DHL) ຕິດພະຍາດ ລາວຈຶ່ງຈຳກັດບໍລິເວນໂຕເອງຢູ່ຫ້ອງພັກ, ບໍ່ໄດ້ອອກໄປທາງໃດຈົນຮອດວັນທີ 6 ເມສາ, ວັນທີ 7 ເມສາ ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ, ວັນທີ 8 ເມສາ, ອາການລີ້ນຊາຫລາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການຫາຍໃຈຝືດ, ຜູ້ກ່ຽວໂທປຶກສາແພດ, ລົດນຳສົ່ງຄົນເຈັບໄດ້ຮັບ ໄປໂຮງໝໍມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າຕິດເຊື້ອ, ມີຜູ້ສຳພັດໃກ້ຊິດກັັບຜູ້ກ່ຽວ 9 ຄົນ, ເຊິ່ງໄດ້ມີເບີໂທລະສັບຕິດຕໍ່ ແລະ ໄດ້ແນະນຳຈຳກັດບໍ ລິເວນຕົນເອງແລ້ວ.

ຈຳນວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມແຕ່ວັນທີ 23 ມີນາ ຮອດວັນທີ 8 ເມສາ 2020 ມີ ທັງໝົດ 292 ຄົນ . ໝົດກໍານົດຕິດຕາມທັງໝົດ 217 ຄົນ. ໃນວັນທີ 8 ເມສາ 2020 ຍັງສືບຕໍ່ຕິດຕາມທັງໝົດ 84 ກໍລະນີ.

 (ແຫຼ່ງຄັດຈາກ VOV)


top