ຂ່າວສານ

ລາວຈັດພິທີຊັກທຸງຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ

      53 ປີຜ່ານມາ, ອາຊຽນ ໄດ້ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

ພິທີຊັກທຸງຂຶ້ນຢູ່ສຳນັກງານກະຊວງການຕ່າງປະເທດລາວ
(ພາບ: tapchilaoviet)
      ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນວັນທີ (08 ສິງຫາ 1967 – 08 ສິງຫາ 2020). ວັນທີ 04 ສິງຫາ, ລາວ ໄດ້ຈັດພິທີຊັກທຸງຂຶ້ນຢູ່ສຳນັກງານກະຊວງການຕ່າງປະເທດລາວ, ທີ່ນະຄອນຫຼວງວຽງຈັນ.
        ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເນັ້ນໜັກວ່າ, 53 ປີຜ່ານມາ, ອາຊຽນ ໄດ້ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນບັນດາຜົນສຳເລັດທີ່ບັນລຸໄດ້ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຂຶ້ນທາງອອນລາຍພາຍໃຕ້ການເປັນປະທານຂອງຫວຽດນາມ. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງລາວ ແມ່ນສືບຕໍ່ຕັ້ງໜ້າເຂົ້າຮ່ວມການກຳນົດທິດອາຊຽນ ມຸ່ງໄປເຖິງການຫັນການສ້າງປະຊາຄົມອາຊຽນ ໃນປີ 2025 ໃຫ້ປະກົດຜົນເປັນຈິງ.
 (ແຫຼ່ງຄັດຈາກ VOV)


top