ຂ່າວສານ

ລາວກາຍ ໄດ້ຮັບສັນຍານທີ່ດີຈາກການເຄື່ອນໄຫວສົ່ງອອກ-ນຳເຂົ້າໃນຊຸມມື້ຕົ້ນປີໃໝ່

ບໍລິສັດສົ່ງອອກ-ນຳເຂົ້າ ຫວຽດຮຽວ, ແມ່ນຫົວໜ່ວຍທຳອິດເຮັດລະບຽບຜ່ານແດນສຳລັບໝາກກວ້ຍ 150 ໂຕນຜ່ານດ່ານຊາຍແດນສາກົນ ລາວກາຍ ໄປຍັງຕະຫຼາດແຂວງ ຢຸນນານ (ຈີນ).
ບໍລິສັດສົ່ງອອກ-ນຳເຂົ້າ ຫວຽດຮຽວ, ແມ່ນຫົວໜ່ວຍທຳອິດເຮັດລະບຽບຜ່ານແດນ (ພາບປະກອບ: TTXVN)

ໃນຊຸມມື້ຕົ້ນປີໃໝ່ 2023, ແຂວງຊາຍແດນ ລາວກາຍ ໄດ້ຮັບສັນຍານທີ່ດີຈາກການເຄື່ອນໄຫວສົ່ງອອກ - ນຳເຂົ້າ, ເປີດຄວາມຫວັງກ່ຽວກັບປີໃໝ່ເລີ່ມຕົ້ນດ້ວຍການເຕີບໂຕດີ.

ຕອນເຊົ້າວັນທີ 01 ມັງກອນ, ບໍລິສັດສົ່ງອອກ-ນຳເຂົ້າ ຫວຽດຮຽວ, ແມ່ນຫົວໜ່ວຍທຳອິດເຮັດລະບຽບຜ່ານແດນສຳລັບໝາກກວ້ຍ 150 ໂຕນຜ່ານດ່ານຊາຍແດນສາກົນ ລາວກາຍ ໄປຍັງຕະຫຼາດແຂວງ ຢຸນນານ (ຈີນ). ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສົ່ງອອກ - ນຳເຂົ້າສິນຄ້ານັບແຕ່ຊຸມມື້ຕົ້ນປີໃໝ່, ສາຂາພາສີດ່ານຊາຍແດນ ລາວກາຍ ແລະ ປ້ອມປ້ອງກັນຊາຍແດນສາກົນ ກິມແທັງ ໄດ້ຈັດແບ່ງກຳລັງຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການສົ່ງອອກ - ນຳເຂົ້າຢູ່ທີ່ນີ້. ບັນດາພາກສ່ວນທີ່ມີໜ້າທີ່ປະຕິບັດຂັ້ນຕອນກວດພະຍາດ, ເຮັດລະບຽບການໃບແຈ້ງ, ຜ່ານແດນຢ່າງໄວ ແລະ ປອດໄພ.


top