ທ່ານປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ໄດ້ປະກາດໃຊ້ລັດຖະດໍາລັດກ່ຽວກັບການເລື່ອນຊັ້ນ ແຕ່ຊັ້ນພົນໂທ ຂຶ້ນເປັນ ຊັ້ນພົນເອກ ສໍາລັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ (ພາບປະກອບ: Pham Kien/TTXVN)
ໜັງສືພິມ “ເສດຖະກິດ - ສັງຄົມ” ຂອງ ລາວ, ລົງວັນທີ 11 ທັນວາ ໄດ້ໃຫ້ຂ່າວວ່າ ວັນທີ 10 ທັນວາ, ທ່ານປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ໄດ້ປະກາດໃຊ້ລັດຖະດໍາລັດກ່ຽວກັບການເລື່ອນຊັ້ນ ແຕ່ຊັ້ນພົນໂທ ຂຶ້ນເປັນ ຊັ້ນພົນເອກ ສໍາລັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ, ພ້ອມທັງມອບໃຫ້ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຊີ້ນໍາ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມພິທີການ. ເລື່ອງປະກາດລັດຖະດໍາລັດກ່ຽວກັບການເລື່ອນຊັ້ນສໍາລັບທ່ານລັດຖະມົຫນຕີກະຊວງປ້ອງກັນປະເທດລາວ ຄັ້ງນີ້ ຂອງທ່ານປະທານປະເທດ ລາວ ໂດຍອີງໃສ່ລັດຖະທໍາມະນູນແຫ່ງ ສປປ.ລາວ ປີ 2015; ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ປີ 2018 ແລະ ຕາມໃບສະເໜີຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດໃນວັນທີ 23 ພະຈິກ 2018.
(ແຫຼ່ງຄັດຈາກ VOV)