ຂ່າວສານ

ລາວ ເລີ່ມກໍ່ສ້າງສໍານັກງານ ພະແນກຍຸຕິທໍາ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ

ຕອນເຊົ້າວັນທີ 5 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດໂຄງການກໍ່ສ້າງສຳນັກງານຂອງພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ດ້ວຍມູນຄ່າການກໍ່ສ້າງ 3 ລ້ານ USD. ນີ້ແມ່ນຂອງຂວັນທີ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ ມອບໃຫ້ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງວຽງຈັນ.

ພິທີວາງສີລາລຶກໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ

ໂດຍຖືກຕັ້ງໃນເນື້ອທີ່ 2,5 ເຮັກຕາ, ໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ລວມມີ 2 ອາຄານ 3 ຊັ້ນ ແລະ 1 ຫໍປະຊຸມ 1ຊັ້ນ ພ້ອມກັຍບັນດາກິດຈະກຳຍ່ອຍ.

ກ່າວຄຳເຫັນທີ່ພິທີ, ການນຳສອງນະຄອນຫຼວງ ເຊື່ອໝັ້ນວ່າ: ໂຄງການຈະແມ່ນສັນຍາລັກແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຮ່າໂນ້ຍ ແລະ ວຽງຈັນ, ສະແດງໃຫ້ເຫັນຈິດໃຈໜູນຊ່ວຍ ສະໜັບສະໜູນເຊິ່ງກັນ ແລະ ກັນຂອງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ.

  ໃນຂອບເຂດການຢ້ຽມຢາມລາວເປັນເວລາ 2 ວັນ ແຕ່ວັນທີ 4-5 ພະຈິກ, ຕອນບ່າຍວັນທີ 5 ພະຈິກ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ທ່ານ ເຈີ່ນຊີ້ແທັງ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການເຊື່ອມຕໍ່ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງຮ່າໂນ້ຍ. - ວຽງຈັນ 2022.

(ແຫຼ່ງຄັດຈາກ VOV)

top