ຂ່າວສານ

ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ ຍົກ​ລະ​ດັບ​ຄວາມ​ສຳ​ຄັນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຸ​ລາ​ການ

ກອງປະຊຸມແມ່ນໂອກາດເພື່ອໃຫ້ສານສາມປະເທດ, ພິເສດແມ່ນສານບັນດາແຂວງຊາຍແດນຕີລາຄາຜົນງານທີ່ບັນລຸໄດ້, ບາງຄວາມຫຍຸ້ງຍາກ ແລະ ແລກປ່ຽນກ່ຽວກັບວິທີ, ມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືຢ່າງບໍ່ຢຸດຢັ້ງ.

ກອງປະຊຸມແມ່ນໂອກາດເພື່ອໃຫ້ສານສາມປະເທດ, ພິເສດແມ່ນສານບັນດາແຂວງຊາຍແດນຕີລາຄາຜົນງານທີ່ບັນລຸໄດ້, ບາງຄວາມຫຍຸ້ງຍາກ ແລະ ແລກປ່ຽນກ່ຽວກັບວິທີ, ມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືຢ່າງບໍ່ຢຸດຢັ້ງ.

   

ການນຳສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ (ພາບ: TTXVN)

ວັນທີ 10 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສານສູງສຸດ ຂອງສາມປະເທດ ລາວ - ຫວຽດນາມ - ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 6, ກ່ຽວກັບການປ້ອງກັນ, ຕ້ານ, ຕໍ່ສູ້ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດ ແລະ ສະເໜີເຊິ່ງກັນແລະກັນກ່ຽວກັບຂົງເຂດຕຸລາການ. ຄະນະຜູ້ແທນຂອງສານສູງສຸດສາມປະເທດ ໄດ້ປຶກສາຫາລື ກ່ຽວກັບຫົວຂໍ້ຕ່າງໆຄື: ບົດລາຍງານຜົນການປະຕິບັດແຈ້ງການລວມຂອງກອງປະຊຸມຄັ້ງທີ 5 ປີ 2018 ຮອດປັດຈຸບັນຂອງລະບົບ ສານ 3 ປະເທດເວົ້າລວມ ແລະ ສານບັນດາແຂວງທີ່ມີຊາຍແດນຮ່ວມກັນເວົ້າສະເພາະ; ຍົກສູງຄຸນນະພາບ ການຕ້ານ, ປ້ອງກັນ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ດ້ານຕຸລາການ. ກອງປະຊຸມແມ່ນໂອກາດເພື່ອໃຫ້ສານສາມປະເທດ, ພິເສດແມ່ນສານບັນດາແຂວງຊາຍແດນຕີລາຄາຜົນງານທີ່ບັນລຸໄດ້, ບາງຄວາມຫຍຸ້ງຍາກ ແລະ ແລກປ່ຽນກ່ຽວກັບວິທີ, ມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືຢ່າງບໍ່ຢຸດຢັ້ງ. ກອງປະຊຸມກໍ່ແມ່ນໂອກາດເພື່ອໃຫ້ສານສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບ.

(ແຫຼ່ງຄັດຈາກ VOV)


top