ຂ່າວສານ

ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ

ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ລົງນາມໃນປີ 2005, 2018...

ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ລົງນາມໃນປີ 2005, 2018...

   

ການເຮັດວຽກລະຫວ່າງສອງຝ່າຍ

ຕອນເຊົ້າວັນທີ 23 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ແຫ່ງ ສປປ ລາວ, ຄະນະຜູ້ແທນສູນກາງພຸດທະສາສະໜາ ຫວຽດນາມ ນຳໂດຍ ພະມະຫາອາຈານ ທິກທ້ຽນເຍີນ, ປະທານສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ, ເປັນຫົວໜ້າຄະນະ, ໄດ້ມີການເຈລະຈາກັບ ສູນກາງສະຫະພັນພຸດທະສາສະໜາ ລາວ ໂດຍພະມະຫາອາຈານ ບຸນມາ ສິມມາພົມ, ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ເປັນຫົວໜ້າຄະນະ.

        ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ລົງນາມໃນປີ 2005, 2018, ພ້ອມທັງສະເໜີໃຫ້ສະມາຄົມພຸດທະສາສະໜາຍົກສູງການພົວພັນຮ່ວມມືຮອບດ້ານເພື່ອສົມກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ,  ເພີ່ມທະວີວຽກງານພົວພັນຕ່າງປະເທດປະຊາຊົນຜ່ານຄະນະປະສານງານວຽກງານພຸດທະສາສະໜາ ລາວ - ຫວຽດນາມ ກໍ່ຄືພຸດທະສາສະນິກກະຊົນສອງປະເທດຜ່ານບັນດາວັນບຸນສຳຄັນຂອງສາສະໜາພຸດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)


top