ຂ່າວສານ

ລາວ - ລັດເຊຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

      ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃນຫຼາຍຂົງເຂດ ເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ... ພ້ອມດ້ວຍຫຼາຍຂົງເຂດອື່ນໆ ເຊິ່ງຕ່າງກໍມີຄວາມສົນໃຈ ແລະ ມີຜົນປະໂຫຍດ.
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: paxaxon)
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເພື່ອສືບຕໍ່ປັບປຸງ ແລະ ຍົກສູງມູນເຊື້ອການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ສະຫະພັນລັດເຊຍ.
        ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃນຫຼາຍຂົງເຂດ ເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ... ພ້ອມດ້ວຍຫຼາຍຂົງເຂດອື່ນໆ ເຊິ່ງຕ່າງກໍມີຄວາມສົນໃຈ ແລະ ມີຜົນປະໂຫຍດ.
        ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນແຜນການປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດ ລາວ ກັບ ລັດເຊຍ.
        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ກ່ອນທີ່ທ່ານເດີນທາງກັບຄືນເມືອປະເທດ.
 (ແຫຼ່ງຄັດຈາກ VOV)
 
 


top