ຂ່າວສານ

ລາວ ຈັດງານບຸນທາດຫຼວງປີ 2022 ດ້ວຍຂອບຂະໜາດໃຫຍ່

ໃນຂອບເຂດຂອງງານບຸນ ຍັງດຳເນີນການເຄື່ອນໄຫວຕ່າງໆຄື: ງານຕະຫຼາດນັດ, ງານວາງສະແດງ ແນະນຳຜະລິດຕະພັນ, ສິນຄ້າພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ
    

ຄະນະຈັດຕັ້ງງານບຸນ ທາດຫຼວງ ປີ 2022 ໃຫ້ຮູ້ວ່າ, ງານບຸນປີນີ້ຈະດຳເນີນໃນລະຫວ່າງວັນທີ 04 – 08 ພະຈິກ ດ້ວຍຂອບຂະໜາດໃຫຍ່, ພ້ອມກັບການເຄື່ອນໄຫວແທດຈິງຫຼາຍຢ່າງກວ່າ ເມື່ອທຽບໃສ່ປີກ່ອນໆ. ພາຍຫຼັງ 2 ປີຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ປີນີ້, ງານບຸນ ທາດຫຼວງ ໄດ້ຈັດຂຶ້ນດ້ວຍພິທີກຳດ້ານສາສະໜາຕາມຮີດຄອງປະເພນີຂອງປະຊາຊົນ ລາວ ຢ່າງສົມບູນ.

ໃນຂອບເຂດຂອງງານບຸນ ຍັງດຳເນີນການເຄື່ອນໄຫວຕ່າງໆຄື: ງານຕະຫຼາດນັດ, ງານວາງສະແດງ ແນະນຳຜະລິດຕະພັນ, ສິນຄ້າພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ກໍຄືບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ງານບຸນ ທາດຫຼວງ - ງານບຸນວັດທະນະທຳສາສະໜາໃຫຍ່ທີ່ສຸດຂອງ ລາວ ດຳເນີນໃນຊຸມມື້ໃກ້ຈະຮອດເດືອນ 12 ຄ.ສ, ແກ່ຍາວເປັນອາທິດໜຶ່ງ ແລະ ສິ້ນສຸດໃນວັນເພງຂອງເດືອນ. ທາດຫຼວງ ໄດ້ຮັບການສ້າງຂຶ້ນເມື່ອປີ 307 ກ່ອນ ພ.ສ.


top