ຂ່າວສານ

ລາຍ​ເຈົາ ຕ້ອງ​ສຸມ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ຖື​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບຍ​ືນ​ຍົງ​ເປັນ​ສຳ​ຄັນ

ໂດຍສືບຕໍ່ລາຍການເຄື່ອນໄຫວຢູ່ແຂວງ ລາຍເຈົາ, ຕອນເຊົ້າວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບ ຄະນະປະຈຳພັກແຂວງ ລາຍເຈົາ.

ໂດຍສືບຕໍ່ລາຍການເຄື່ອນໄຫວຢູ່ແຂວງ ລາຍເຈົາ, ຕອນເຊົ້າວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບ ຄະນະປະຈຳພັກແຂວງ ລາຍເຈົາ.

   

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບ ຄະນະປະຈຳພັກແຂວງ ລາຍເຈົາ (ພາບ: TTXVN)

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ລາຍເຈົາແມ່ນແຂວງທີ່ມີທີ່ຕັ້ງຍຸດທະສາດສຳຄັນເປັນພິເສດ ກ່ຽວກັບດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ໂດຍສະເພາະແມ່ນການປ້ອງກັນຄວາມສະຫງົບເຂດຊາຍແດນ, ຄວາມໝັ້ນຄົງຂອງຊັບພະຍາກອນນ້ຳ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສິ່ງແວດລ້ອມນິເວດ.

        ທ່ານປະທານປະເທດ ສະເໜີໃຫ້ແຂວງ ລາຍເຈົາ ຕ້ອງຮັບປະກັນການຊ່ວຍໜູນສັງຄົມ, ຍົກສູງຄຸນນະພາບດ້ານສາທາລະນະສຸກ, ພັດທະນາຄຸນນະພາບການສຶກສາ ແລະ ປະຊາກອນ; ເອົາໃຈໃສ່ເຖິງການຮັບປະກັນການປົກປັກຮັກສາຄວາມສະຫງົບປອດໄພຢູ່ເຂດຊາຍແດນ, ປົກປັກຮັກສາຄວາມສະຫງົບທາງດ້ານສາສະໜາຢູ່ເຂດຊາຍແດນທະເລໝູ່ເກາະ; ສ້າງ ແລະ ຄຸ້ມຄອງເຂດຊາຍແດນແຫ່ງຊາດໃຫ້ມີສັນຕິພາບ, ສະຖຽນລະພາບ. ທາງແຂວງກໍຕ້ອງເອົາໃຈໃສ່ເຖິງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍການປົວແປງເສດຖະກິດ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ.

(ແຫຼ່ງຄັດຈາກ VOV)


top