ຂ່າວສານ

ລາຍ​ກາ​ນ​ “ລະ​ດູ​ບານ​ໃໝ່​ຂອງ​ນ້ອງ” ຄັ້ງ​ທີ 15

ຕອນຄ່ຳວັນທີ 9 ມັງກອນ ຢູ່ຮ່າໂນ້ຍ, ສະພາອຸປະກະລະກອງທຶນເພື່ື່ອເດັກ ຫວຽດນາມ ໄດ້ສົມທົບກັບບັນດາຫົວໜ່ວຍຈັດຕັ້ງລາຍການສິລະປະ “ລະດູບານໃໝ່ຂອງນ້ອງ” ຄັ້ງທີ XV ດ້ວຍຫົວຂໍ້ “ເພື່ອອະນາຄົດທີ່ສົດໃສ”.
ການສະແດງສິລະປະໃນລາຍການ “ລະດູບານໃໝ່ຂອງນ້ອງ” ຄັ້ງທີ 15 (ພາບ: TTXVN)

ໂດຍຜ່ານສາລະຄະດີສັ້ນໆຂອງລາຍການ, ຜູ້ຊົມສາມາດເຂົ້າໃຈໄດ້ເຖິງຄວາມເຈັບປວດ, ການສູນເສຍຂອງພວກເດັກໃນໄລຍະເກີດໂລກລະບາດ, ພ້ອມທັງມີຄວາມຮູ້ໄດ້ເຖິງຄວາມອົບອຸ່ນທີ່ໄດ້ຮັບການແບ່ງປັນ, ອຸ້ມຊູຊ່ວຍເຫຼືອຈາກຜູ້ໃຈບຸນໃຈກຸສົນ ແລະ ອົງການຈັດຕັ້ງ, ສຳນັກງານ, ວິສາຫະກິດຕ່າງໆ. ກ່າວຄຳເຫັນທີ່ລາຍການ, ທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ, ປະທານສະພາອຸປະກະລະກອງທຶນເພື່ອເດັກ ຫວຽດນາມ ໄດ້ເນັ້ນໜັກວ່າ:

        “ຂ້້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ ບັນດາອົງການຈັດຕັ້ງມະຫາຊົນ, ຄອບຄົວ ແລະ ໂຮງຮຽນ, ສັງຄົມ, ຜູ້ໃຈບຸນໃຈກຸສົນ, ຜູ້ມີນ້ຳໃຈເມດຕາປານີ ຈະສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນພາລະກິດການສຶກສາ ແລະ ປົກປ້ອງເດັກເວົ້າລວມ  ແລະ ກອງທຶນເພື່ອເດັກ ຫວຽດນາມ ເວົ້າສະເພາະ. ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ, ຊ່ວຍໃຫ້ເດັກໄດ້ດຳລົງຊີວິດ, ຮ່ຳຮຽນໃນເງື່ອນໄຂທີ່ດີທີ່ສຸດ, ກາຍເປັນພົນລະເມືອງທີ່ເປັນປະໂຫຍດແກ່ປະເທດຊາດໃນອະນາຄົດ”.

        ໂດຍຈັດຕັ້ງມາເປັນ 14 ຄັ້ງ, ລາຍການ “ລະດູບານໃໝ່ຂອງນ້ອງ” ໄດ້ລະດົມເງິນກວ່າ 1.200 ຕື້ດົ່ງ ແລະ ຊ່ວຍເຫຼືອເດັກປະມານ 1 ລ້ານເທື່ອຄົນ ຜ່ານລາຍການທີ່ແຕກຕ່າງກັນ.

(ແຫຼ່ງຄັດຈາກ VOV)


top