ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງລາວທີ່​ພົ້ນ​ເດັ່ນ ຢູ່ ດ່າ​ນັ້ງ

ໃນຂອບເຂດລາຍການ “ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ”, ຕອນຄ່ຳວັນທີ 21 ກໍລະກົດ, ຄະນະສິລະປະແຫ່ງຊາດ ລາວ ມີລາຍການສະແດງສິລະປະຢູ່ໂຮງລະຄອນ ຈືງເວືອງ - ນະຄອນດ່ານັ້ງ.
  ລາຍການສະແດງສິລະປະຂອງຄະນະສິລະປະແຫ່ງຊາດ ລາວ (ພາບ: TTXVN)  

 ລາຍການສະແດງສິລະປະຂອງຄະນະສິລະປະແຫ່ງຊາດ ລາວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຫຼັກນອນໃນບັນດາເຫດການສັບປະດາວັດທະນະທຳ ລາວ - ຫວຽດນາມ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ລາຍການໂດຍບັນດາສິລະປິນໜຸ່ມທີ່ດີເດັ່ນ ແລະ ມີຊື່ສຽງຂອງລາວ ສະແດງ, ລວມມີລາຍການຟ້ອນ, ຮ້ອງເພງ ແລະ ກາຍຍະສິນ ໂດຍການຍ້ອງຍໍຊົມເຊີຍມູນເຊື້ອວັດທະນະທຳອັນດີງາມ, ຍ້ອງຍໍສັນລະເສີນປະເທດລາວທີ່ຮັ່ງມີເຂັ້ມແຂງ, ສວຍສົດງົດງາມ ແລະ ຜົນສຳເລັດຂອງພາລະກິດແຫ່ງການປົກປັກຮັກສາ, ພັດທະນາປະເທດຊາດ. ບັນດາບົດເພງ, ວາດຟ້ອນ ລ້ວນແຕ່ສັນລະເສີນມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນຂອງທັງສອງຊາດ ຫວຽດນາມ - ລາວ. ລາຍການແນະນຳພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ - ຊາວລາວເຖິງເພື່ອນມິດທັງຢູ່ພາຍໃນປະເທດ ແລະສາກົນ.


top