ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເຕົ້າ​ໂຮມ​ປະ​ເທດ​ຊາດ” - ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ​ເຈົ້າ​ຊີ​ວິດ​ຮຸ່ງ

ວັນທີ 18 ເມສາ - ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແມ່ນວັນບູຊາບັນດາເຈົ້າຊີວິດຮຸ່ງ. ຕອນຄ່ຳວັນທີ 17 ເມສາ, ຢູ່ເວທີສະແດງສວນສາທາລະນະ ວັນລາງ, ນະຄອນ ຫວຽດຈີ່ (ຝຸເທາະ), ໄດ້ດຳເນີນລາຍການສະແດງສິລະປະ “ເຕົ້າໂຮມປະເທດຊາດ”, ລະນຶກວັນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ປີ 2024.
ລາຍການສະແດງສິລະປະ “ເຕົ້າໂຮມປະເທດຊາດ”

ລາຍການມີການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງນັບຮ້ອຍຄົນ ສະແດງບັນດາລາຍການສິລະປະທີ່ເປັນເອກະລັກ, ຍ້ອງຍໍຊົມເຊີຍຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ, ນ້ຳໃຈສາມັກຄີ, ມູນເຊື້ອກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ… ພາບພົດບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນ ຫວຽດນາມ, ພາບພົດຂອງ ຝຸທໍ້ ໃນສະໄໝເຊື່ອມໂຍງ, ປ່ຽນແປງໃໝ່ ໄດ້ຮັບການວາດພາບຄືນ, ສະແດງກຳລັງແຮງ, ນ້ຳໃຈອົງອາດກ້າຫານ, ນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ, ຕ້ອນຮັບເພື່ອນມິດຈາກທຸກສາລາທິດມາຢາມດິນແດນແຫ່ງກົກເຄົ້າເຫງົ້າກໍ່ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ເຂົ້າຮ່ວມງານບຸນໃນດິນແດນ ຝຸທໍ້.

ພາຍຫຼັງລາຍການສະແດງສິລະປະ ແມ່ນລາຍການຍິງບັ້ງໄຟດອກໄລຍະສູງ ເພື່ອສະຫຼອງວັນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2024


top