ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຫວຽດ​ນາມ ອົງ​ອາດ​ກ້າ​ແກ່ນ” ແຜ່​ບໍ​ລິ​ຈາກ​ໄດ້​ເງິນ​ຊ່ວຍ​ເຫຼືອ​ເກືອບ 120.000 USD

ຕອນຄ່ຳວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ໂທລະພາບເຕັກນິກດີຈີຕອນ VTC, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບໜັງສືພິມ ຮ່າໂນ້ຍໃໝ່ (Ha Noi Moi) ແລະ ບໍລິສັດ Oscar Media ຈັດຕັ້ງລາຍການສະແດງສິລະປະ ດ້ວຍຫົວຂໍ້ “ຫວຽດນາມ ອົງອາດກ້າແກ່ນ” ຮ່ວມແຮງຮ່ວມໃຈເພື່ອພໍ່ແມ່ພີ່ນ້ອງຖືກຜົນກະທົບຈາກພາຍຸ.
ນີ້ແມ່ນລາຍການສະແດງສິລະປະເພື່ອການກຸສົນ ດ້ວຍຈຸດປະສົບຊ່ວຍເຫຼືອຈໍານວນເງິນທັງໝົດແຜ່ບໍລິຈາກເຖິງພໍ່ແມ່ເຂດຖືກພາຍຸນໍ້າຖ້ວມ ຜ່ານສູນກາງແນວໂຮມປະເທດຊາດ ຫວຽດນາມ

ນີ້ແມ່ນລາຍການສະແດງສິລະປະເພື່ອການກຸສົນ ດ້ວຍຈຸດປະສົບຊ່ວຍເຫຼືອຈໍານວນເງິນທັງໝົດແຜ່ບໍລິຈາກເຖິງພໍ່ແມ່ເຂດຖືກພາຍຸນໍ້າຖ້ວມ ຜ່ານສູນກາງແນວໂຮມປະເທດຊາດ ຫວຽດນາມ.

        ໂດຍມີຄວາມສະເທືອນໃຈຕໍ່ຮູບພາບ, ຂໍ້ມູນຂອງພາບສາລະຄະດີ ແລະ ການແບ່ງປັນຂອງນັກຂ່າວ, ອ້າຍ ຫງວຽນຄັກຕວັນ, ກຸ່ມບໍລິສັດການສຶກສາ ແລະ ລົງທຶນ EI, ໃຫ້ຮູ້ວ່າ:

        “ນ້ຳຖ້ວມຜ່ານມາຮ້າຍແຮງທີ່ສຸດ. ເມື່ອຊົມບັນດາພາບຖ່າຍນີ້, ຂ້າພະເຈົ້າຍິ່ງຮູ້ສຶກເຈັດປວດ ແລະ ຜ່ານລາຍການນີ້, ຂ້າພະເຈົ້າຢາກສົ່ງນ້ຳໃຈອັນເລັກໆນ້ອຍໆຕົນ, ຂອງກຸ່ມບໍລິສັດ ເຖິງພໍ່ແມ່ພີ່ນ້ອງຢູ່ເຂດຖືກນໍ້າຖ້ວມ ດ້ວຍຈຳນວນເງິນສົດ 4.300  USD ແລະ ທຶນການສຶກສາກວ່າ 43.000 USD. ຂ້າພະເຈົ້າເອງກໍຢາກອຸປະກະລະເດັກກຳພ້າ 10 ຄົນ ພາຍຫຼັງເຫດຖືກຜົນກະທົບຈາກພາຍຸນ້ຳຖ້ວມ ຈົນຮອດເວລາພວກຮ້ອງໄປຮຽນປະລິນຍາຕີ.”

        ພິເສດ, ລາຍການນີ້ຍັງມີລາຍການປະມູນຂາຍລົດຈັກໄຟຟ້າ - ເຊິ່ງເປັນຂອງຂວັນຂອງ Vinfast ແລະ ພາບແຕ້ມຂອງຈິດຕະກອນ ດວ່ານງວຽນ ເພື່ອຊ່ວຍເຫຼືອພໍ່ແມພີ່ນ້ອງທີ່ຖືກຜົນເສຍຫາຍຈາກພາຍຸ. ຜ່ານລາຍການນີ້, ບັນດານັກອຸປະຖຳ, ຜູ້ໃຈບຸນໃຈກຸສົນໄດ້ແຜ່ບໍລິຈາກເງິນ 2 ຕື້ 850 ລ້ານດົ່ງ, ເກືອບ 120.000 USD. 


top