ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ພາຍ​ໃຕ້​ຄັນ​ທຸງອັນ​ສະ​ຫງ່າ​” ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ

ຕອນຄ່ຳວັນທີ 9 ສິງຫາ, ລາຍການສະແດງສິລະປະການເມືອງ ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າ” - ເຊິ່ງເປັນເຫດການສະແດງສິລະປະການເມືອງລະດັບຊາດ ທີ່ໄດ້ດຳເນີນຢູ່ທັງ 3 ພາກເໜືອ - ພາກກາງ - ພາກໃຕ້ຂອງ ຫວຽດນາມ.
ລາຍການສະແດງສິລະປະການເມືອງຢູ່ ຮ່າໂນ້ຍ (ພາບ: qdnd.vn)
ລາຍການດັ່ງກ່າວໂດຍຄະນະພັກກອງທັບສູນກາງຊີ້ນຳ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເປັນເຈົ້າພາບ ແລະ ສົມທົບກັບບັນດາທ້ອງຖິ່ນຈັດຕັ້ງປະຕິບັດ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍການນຳພັກ, ລັດຫຼາຍທ່ານໄດ້ເຂົ້າຮ່ວມລາຍການຢູ່ ຮ່າໂນ້ຍ, ເຫວ້ ແລະ ນະຄອນ ໂຮ່ຈີມິນ.

ລາຍການສະແດງສິລະປະການເມືອງ “ພາຍໃຕ້ຄັນທຸງອັນສະຫງ່າ” ໄດ້ວາດພພາບເຖິງບັນຍາກາດປະຫວັດສາດທີ່ສັກກະລະບູຊາ, ສະຫງ່າອົງອາດຂອງບັນດາຂີດໝາຍປະຫວັດສາດ: ການປະຕິວັດເດືອນສິງຫາ, ວັນປະກາດເອກະລາດທີ 2 ກັນຍາ 1945, ບັນຍາກາດອັນຟົດເດືອດຂອງ ຮ່າໂນ້ຍ ໃນຕະຫຼອດ 60 ວັນ ແລະ ຄືນ ຕໍ່ຕ້ານລ່າ ເມືອງຂຶ້ນ ຝລັ່ງ; ວັນຍາດໄດ້ສິດປົກຄອງ ນະຄອນຫຼວງ... ແລະ ບັນດາເລື່ອງລາວຂອງນັກຮົບທີ່ພ້ອມແລ້ວເສຍສະຫຼະເລືອດເນື້ອຂອງຕົນເພື່ອປະກອບສ່ວນສ້າງໜ້າປະຫວັດສາດ, ຜູ້ເປັນແມ່, ເປັນເມຍ ທີ່ລໍຄອຍຜູ້ເປັນຜົວ, ຜູ້ເປັນລູກອອກສະໜາມຮົບໂດຍບໍ່ມີວັນກັບຄືນ...

ລາຍການໄດ້ປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ອຸດົມການປະຕິວັດ, ສ້າງຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະ ຄວາມຄາດຫວັງອຸທິດສ່ວນໃຫ້ແກ່ລຸ້ນໜຸ່ມປັດຈຸບັນ.


top