ຂ່າວສານ

ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ - ສະ​ແດງ​ສິ​ລະ​ປະ ລະ​ນຶກ​ວັນ​ວິ​ນາດ​ສະ​ກຳ​ທາ​ດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນຄົບ​ຮອບ 61 ປີ

ເພື່ອລະນຶກວັນວິນາດສະກຳທາດພິດສີສົ້ມຄົບຮອບ 61 ປີ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2022) ແລະ ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (ວັນທີ 10 ສິງຫາ) ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການພົບປະສັງສັນ - ສະແດງສິລະປະ.

ເພື່ອລະນຶກວັນວິນາດສະກຳທາດພິດສີສົ້ມຄົບຮອບ 61 ປີ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2022) ແລະ ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (ວັນທີ 10 ສິງຫາ) ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການພົບປະສັງສັນ - ສະແດງສິລະປະ. 

    

ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (ພາບ: TTXVN)

ໃນລາຍການນີ້ ມີບັນດາລາຍການສິລະປະປະສົມປະສານກັບການສາຍຮູບເງົາສາລະຄະດີ, ການພົບປະໂອ້ລົມກັບບຸກຄົນທັງຢູ່ພາຍໃນ ແລະ ສາກົນ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ, ການເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ກ່າວຄຳເຫັນທີ່ລາຍການ, ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ສະເໜີໃຫ້ສືບຕໍ່ຍູ້ແຮງຂະບວນການ “ກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”; ເອົາໃຈໃສ່, ຊ່ວຍເຫຼືອທັງດ້ານວັດຖຸ ແລະ ຈິດໃຈ ເພື່ອໃຫ້ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມມີການດຳລົງຊີວິດເປັນປົກກະຕິເທື່ອລະກ້າວ, ບືນຕົວຂຶ້ນເຊື່ອມຕົວເຂົ້າກັບວົງຄະນະຍາດ. ທ່ານພົນໂທ ຫງວຽນວັນຣິງ ຮຽກຮ້ອງໃຫ້ລັດຖະບານ, ປະຊາຊົນ ອາເມລິກາ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ, ບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ.

(ແຫຼ່ງຄັດຈາກ VOV)


top