ຂ່າວສານ

ລາຍ​ການ “ໂຮ່​ຈີ​ມິນ - ການ​ເດີນ​ທາງ​ແຫ່ງ​ຄວາມ​ມຸ່ງ​ຫວັງ ປີ 2022”

ຕອນຄ່ຳວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ແລະ ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັນຈັດລາຍການ “ໂຮ່ຈີມິນ - ການເດີນທາງແຫ່ງຄວາມມຸ່ງຫວັງ ປີ 2022” – ເຊີດຊູບັນດາແບບຢ່າງດີເດັ່ນທົ່ວປະເທດໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວຄຳເຫັນທີ່ລາຍການ

ລາຍການລວມມີ 3 ພາກ ດ້ວຍບັນດາຫົວຂໍ້ຄື: ການເດີນທາງຈຸດໄຟ: ກຳລັງແຮງຄວາມເຊື່ອໝັ້ນ ແລະ ຄາດຫວັງຈະເລີນຮຸ່ງເຮືອງ. ໃນຕະຫຼອດໄລຍະຂອງລາຍການແມ່ນບັນດາເລື່ອງລາວກ່ຽວກັບຜູ້ຄົນທີ່ມີຄວາມຫ້າວຫັນສຸດຈິດສຸດໃຈຮັບໃຊ້ປະຊາຊົນ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍ; ບັນດາເລື່ອງລາວກ່ຽວກັບແບບຢ່າງເສຍສະຫຼະຊີວິດເພື່ອປະຊາຊົນ, ປະເທດຊາດ, ການຕໍ່ສູ້ຕ້ານໄພຫຍໍ້ທໍ້… ຈາກສິ່ງນັ້ນກໍ່ຮັກສາຄວາມເຊື່ອໝັ້ນຂອງປະຊາຊົນໃນທົ່ວທຸກແຫ່ງໃນປະເທດຊາດຕໍ່ພັກ, ລັດ. ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນຈ້ອງເຫ້ງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງຖືວ່າ:

        ໂດຍສືບຕໍ່ສ້າງບັນດາຮູບແບບທີ່ດີ, ວິທີການເຮັດວຽກທີ່ມີປະສິດທິຜົນ, ຍູ້ແຮງການຍ້ອງຍໍສັນລະເສີນ, ໂຄສະນາ, ທະວີຄູນໃນວົງກວ້າງບັນດາແບບຢ່າງໃນການຮ່ຳຮຽນ ແລະ ປະຕິບັດຕາມປະທານໂຮ່ຈີມິນ ແມ່ນແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນທົ່ວສັງຄົມ. ປ່ຽນແປງໃໝ່ເນື້ອໃນ, ວິທີການ, ຮູບແບບຮ່ຳຮຽນ, ໂຄສະນາກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນເພື່ອສືບຕໍ່ຢັ້ງຢືນ ແລະ ເສີມຂະຫຍາຍມໍລິດົກເຊິ່ງເພິ່ນປະໄວ້ໃຫ້ຢ່າງເຂັ້ມແຂງ, ປຸກລຸກຄວາມຮັກຊາດ, ເຈດຈຳນົງກຳລັງແຮງຂອງວັດທະນະທຳ, ຊາວຫວຽດນາມ, ຈິດໃຈອຸທິດສ່ວນ, ຄວາມມຸ່ງຫວັງພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

top