ກິລາ

ລາຍມວຍໄມ້ຄ້ອນ

ໃນລາຍມວຍໄມ້ຄ້ອນຫວຽດນາມ, ພາສາພື້ນເມືອງເອີ້ນວ່າໄມ້ແສ້ ເພື່ອ ຈຳແນກກັບລາຍມວຍຂອງຫຼາຍຝ່າຍ, ໃນນັ້ນລາຍມວຍໄມ້ຄ້ອນມີ 2 ຊະ ນິດຄືໄມ້ຄ້ອນສັ້ນ (1,5-1,7 ແມັດ) ມັກໃຊ້ຝຶກສອບ ແລະສູ້ຮົບ ແລະ ໄມ້ ຄ້ອນຍາວ (ກວ່າ 3 ແມັດ) ເພື່ອໃຊ້ແຂ່ງຂັນຈັດອັນດັບມວຍ.

 

 
ປີ 2010, ອີງຕາມພື້ນຖານຂໍ້ມູນກ່ຽວກັບປະຫວັດສາດ ແລະ ວັດຖຸສິ່ງຂອງ ທີ່ເກັບຮັກສາໃນພິພິທະພັນ ແຂວງກວາງນາມ, ສະພາມວຍໄຕເຊີນ-ບິ່ງດິງ ຮ່ວມກັບບັນດາອາຈານມວຍຢູ່ກວາງນາມ, ກວາງຫງາຍ, ດ່າໜັງ, ແຄງຮວ່າ, ບິ່ງດິງ ໄດ້ດຳເນີນການຄົ້ນຄວ້າຟື້ນຟູການແຂ່ງຂັນລາຍມວຍໄມ້ຄ້ອນຍາວ ທີ່ຖືກສູນ ເສຍໄປເກືອບ 100 ປີມາແລ້ວ.
ຕາມຜົນການຄົ້ນຄວ້າ, ໄມ້ຄ້ອນຍາວ , ມີລວງຍາວແຕ່ 3-3,5 ແມັດ, ເຮັດດ້ວຍໄມ້ເນຶື້ອໜຽວ ສ່ວນຫຼາຍ ຈະແມ່ນໄມ້ຕະຄຽນ, ເຫຼົາກົມກ່ອມ. ເສັ້ນຜ່າສູນກາງກົກປະມານ 3 ຊມ, ປາຍ 2 ຊມ, ຫຸ່້ມແພປາຍຄ້ອນ ເພື່ອຫຼີກລ່ຽງຈາກການຖືກບາດເຈັບໃນເວລາການແຂ່ງຂັນ.

ອາຈານມວຍ ເຈິ່ນຊວນເມີ໋ນ

ກ່ອນແຂ່ງຂັນ ນັກມວຍ ແລະ ກຳມະການຈະອອກມາທຳຄວາມຄາລະວະທ່ານຜູ້ຊົມ

ນັກມວຍໃຊ້ຊັ້ນເຊີງໃນການຕໍ່ສູ້ເພື່ອທຳຄະແນນ

ເຕັກນິກນຳໃຊ້ໄມ້ຄ້ອນເກາະຂາຄູ່ຕໍ່ສູ້

ຊອກຫາທ່າແທງຄູ່ຕໍ່ສູ້

ອາຈານມວຍ ເຈິ່ນຊວນເມີ໋ນ ແນະນຳເຕັກນິກການແຂ່ງຂັນມວຍໄມ້ຄ້ອນຍາວ
 
ລະບຽບວິທີພື້ນຖານໃນການຕໍ່ສູ້ ມີ: ແທງ, ຈັບ, ສັ່ນ, ຕີ…ບໍ່ໃຊ້ທ່າຄວ້າ, ຟາດຂວາງ, ຟາດບ່ຽງ ຫຼື ຟາດ ລົງຄືລາຍມວຍໄມ້ຄ້ອນອື່ນໆທົ່ວໄປ. ການແຂ່ງຂັນລາຍມວຍໄມ້ຄ້ອນຍາວ ສຳຄັນຕົ້ນຕໍກໍເພື່ອພິສູດຄວາມ ຄ່ອງແຄ່ວ, ທົນນານໜຽວແໜ້ນຂອງນັກມວຍ, ແຕ່ຫາກບໍ່ແມ່ນຈະເປັນແບບລັກສະນະໂຈມຕີ ເພື່ອເຮັດໃຫ້ ຄູ່ຕໍ່ສູ້ບາດເຈັບ ຫຼືເອົາເປັນເອົາຕາຍຄືກັບວິທີແຂ່ງຂັນຂອງມວຍອື່ນໆທີ່ເຄີຍພົບເຫັນມາ.
ຫວ່າງມໍ່ໆນີ້, ຄ້າຍມວຍກີ່ເຊີນທີ່ເມືອງເກົ່າໂຮ້ຍອານ, ແຂວງກວາງນາມ ໄດ້ນຳເອົາລາຍມວຍໄມ້ຄ້ອນຍາວ ເຂົ້າໃນລາຍການສະແດງມວຍ ເພື່ອຮັບໃຊ້ນັກທ່ອງທ່ຽວໃນທຸກຄຳ່ຂອງວັນທີ 14 ຈັນທະປະຕິທິນຂອງ ເດືອນ. ອາຈານມວຍ ເຈິ່ນຊວນເມີ໋ນ ຂອງຄ້າຍມວຍກີ່ເຊີນ ໃຫ້ຮູ້ວ່າ ສະໄໝລາຊະການເຈົ້າຊີວິດຫງວຽນ (ສະຕະວັດທີ XIX), ລາຍມວຍໄມ້ຄ້ອນຍາວ ໄດ້ນຳໃຊ້ໃນການແຂ່ງຂັນມວຍ ເພື່ອຄັດຈ້ອນຜູ້ມີຄວາມ ສັນທັດທາງວິທະຍາມວຍ ມາຮັບໃຊ້ລັດຊະການ ຫຼື ຈັດແຂ່ງຂັນເພື່ອກວດສອບໃນການແຕ່ງຕັ້ງນາຍທະ ຫານ. ພາຍລຸນມາ ໃນທ້າຍລາຊະການຫງວຽນ, ເມື່ອບໍ່ໄດ້ຈັດແຂ່ງຂັນມວຍ, ລາຍມວຍໄມ້ຄ້ອນຍາວ ຄ່ອຍໆກາຍເປັນແນວຫຼິ້ນກິລາພື້ນເມືອງ.
ລະບຽບການແຂ່ງຂັນມວຍໄມ້ຄ້ອນຍາວໄດ້ມີຂໍ້ກຳນົດໄວ້ວ່າ: ໃນບັ້ນການແຂ່ງຂັນໜຶ່ງມີນັກມວຍສອງຄົນ, ຜູ້ໃສ່ເສື້ອຫຸ່ມເກາະສີແດງ, ອີກຜູ້ໃສ່ເສື້ອຫຸ້ມເກາະສີຟ້າ. ນັກມວຍແຕ່ລະຄົນສວມໜ້າກາກ ເພື່ອປ້ອງກັນ ຄວາມປອດໄພໃນການແຂ່ງຂັນ. ຫຼັງຈາກສຽງກອງສັນຍານ, ນັກມວຍສອງຄົນຍ່າງອອກມາສັງວຽນ, ມືຖື ໄມ້ຄ້ອນຍາວ ຕາມຫຼັງແມ່ນກຳມະການໃນຊຸດນຸ່ງຖືບູຮານ. ຫຼັງຈາກທຳຄວາມຄາລະວະທ່ານຜູ້ຊົມ, ກຳມະ ການໃຫ້ສັນຍານສັ່ງນັກມວຍທັງສອງ ໃຊ້ຄວາມຄ່ອງແຄ່ວ, ຄວາມທໍລະຫົດຂອງຕົນ ເພື່ອໂຈມຕີຄູ່ຕໍ່ສູ້ໃນ ຂອບເຂດວົງມົນຂອງສັງວຽນທີ່ມີເສັ້ນຜ່າສູນກາງ 8 ແມັດ. ດ້ວຍລະບຽບວິທີໃນການຕໍ່ສູ້ທີ່ກຳນົດໄວ້ໃຫ້, ນັກມວຍຕ່າງຝ່າຍຕ່າງກໍພະຍາຍາມຫາວິທີ ເພື່ອແທງຫົວໄມ້ຄ້ອນຫຸ່ມຜ້າໃສ່ຫົວຄູ່ຕໍ່ສູ້, ໃສ່ຮ່າງຄີງ ຫຼື ເກາະ ມື, ຂາຂອງຄູ່ຕໍ່ສູ້ເພື່ອທຳຄະແນນ. ການແຂ່ງຂັນຈະມີ 3 ຍົກ, ຍົກລະ 3 ນາທີ, ເວລາພັກລະຫວ່າງຍົກແມ່ນ ໜຶ່ງນາທີ. ກົດລະບຽບຂອງການແຂ່ງຂັນຄື: ແທງຖືກຕົວຄີງຄູ່ຕໍ່ສູ້: 1 ຄະແນນ, ຖືກຫົວ: 2 ຄະແນນ, ເກາະ ຂາເຮັດໃຫ້ຄູ່ຕໍ່ສູ່ຕ້ອງເຕັ້ນກະໂຈກກະເຈັກ: 3 ຄະແນນ, ເກາະຂາ ຫຼື ແທງຄູ່ຕໍ່ສູ້ລົ້ມ: 4 ຄະແນນ, ເກາະມື ເຮັດມືຂ້າງໜຶ່ງຂອງຄູ່ຕໍ່ຫຼຸດຈາກໄມ້ຄ້ອນ: 5 ຄະແນນ, ແລະ ເກາະໄມ້ຄ້ອນຫຼຸດຈາກມືຝ່າຍກົງກັນຂ້າມ ຈະ ຊະນະຢ່າງຂາດລອຍ.
ອາດສາມາດເວົ້າໄດ້ວ່າ ການຟື້ນຟູລາຍມວຍໄມ້ຄ້ອນຍາວ ແລະ ເຮັດໃຫ້ມັນກາຍເປັນແນວຫຼິ້ນພື້ນເມືອງ ໜຶ່ງ ທີ່ມີລັກສະນະນ້ຳໃຈກິິລາຂອງອາຈານມວຍພື້ນເມືອງຫວຽດນາມ ເປັນທິດທາງຊອກຫາປະກົດການ ໃໝ່, ປະກອບສ່ວນຟື້ນຟູ ແລະ ພັດທະນາຄວາມຍອດຍິ່ງຂອງວິທະຍາມວຍພື້ນເມືອງຫວຽດນາມ.
ໂດຍ: ຫວິງຮືງ-ພາບ: ຮວ່າງຢາບ

top