ຂ່າວສານ

ລາຍການໄປທ່ຽວຊົມໂຮງລະຄອນໃຫຍ່: ສ້າງຜະລິດຕະພັນວັດທະນະທຳຮັບໃຊ້ແຂກທ່ອງທ່ຽວ

      ດ້ວຍອາຍຸກ່ວາ 100 ປີ, ໂຮງລະຄອນໃຫຍ່ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນກິດຈະກຳສິລະປະສະຖາປັດຕະຍາກຳຂອງ ຝລັ່ງ ທີ່ໂດດເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກ ຍັງແມ່ນເຂດປູຊະນີຍະສະຖານປະຫວັດສາດ, ແມ່ນບ່ອນເຄີຍດຳເນີນບັນດາເຫດການສຳຄັນຍິ່ງຂອງປະເທດຊາດອີກດ້ວຍ.
 ດ້ວຍບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ ແລະ ສິລະປະສະຖາປັດຕະຍາກຳ, ໃນ 2 ປີມານີ້, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ tour ທ່ຽວຊົມໂຮງລະຄອນໃຫຍ່ ຮ່າໂນ້ຍ ສົມທົບກັບການສະແດງສິລະປະຮັບໃຊ້ແຂກທ່ອງທ່ຽວ.

ພາບປະກອບ 
      ໃນຫຼາຍສິບປີມານີ້, ໃນແຕ່ລະຄືນ, ໂຮງລະຄອນໃຫຍ່ຮ່າໂນ້ຍ ຕັ້ງຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ແຈ້ງສະຫວ່າງ, ຟົດຟື້ນໄປດ້ວຍບັນດາການເຄື່ອນໄຫວສະແດງສິລະປະ, ດົນຕີປະສານສຽງ… ໃນ 2 ປີມໍ່ໆມານີ້, ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຍັງຮູ້ຈັກເຖິງລາຍການ tour ທ່ຽວຊົມໂຮງລະຄອນໃຫຍ່ຮ່າໂນ້ຍ, ກິດຈະກຳສິລະປະສະຖາປັດຕະຍາກຳສວຍງາມແຫ່ງນີ້ໂດຍຊາວ ຝລັ່ງ ກໍ່ສ້າງ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຂອງການທ່ອງທ່ຽວຢູ່ຮ່າໂນ້ຍ. ເລີ່ມແຕ່ຕົ້ນເດືອນ ກັນຍາ 2017, ໂຮງລະຄອນໃຫຍ່ ໄດ້ສ້າງ 2 ຜະລິດຕະພັນການທ່ອງທ່ຽວເຊິ່ງລວມມີ: ສະຫງວນໃຫ້ແຂກທ່ອງທ່ຽວພຽງແຕ່ຢາກເຂົ້າຢ້ຽມຊົມໂຮງລະຄອນເທົ່ານັ້ນດ້ວຍລາຄາ 120.000 ດົ່ງ/ຄົນ ແລະ ລາຄາ 400.000 ດົ່ງ/ຄົນສະຫງວນໃຫ້ແກ່ແຂກທ່ອງທ່ຽວທີ່ຢາກເຂົ້າຢ້ຽມຊົມໂຮງລະຄອນໃຫຍ່ ແລະ ຮັບຊົມລາຍການສະແດງສິລະປະໄປພ້ອມ. ການສ້າງບັນດາ tour ທ່ອງທ່ຽວນີ້ແມ່ນເໝາະສົມກັບແຜນນະໂຍບາຍຂອງນະຄອນ ເພື່ອແນໃສ່ອະນຸລັກຮັກສາວັດທະນະທຳ ຕິດພັນກັບການພັດທະນາການທ່ອງທ່ຽວ, ພິເສດ, ດ້ວຍສະຖານທີ່ແມ່ນກິດຈະກຳວັດທະນະທຳ ມີຄຸນຄ່າພິເສດຄືໂຮງລະຄອນໃຫຍ່ ຮ່າໂນ້ຍ. ຢູ່ແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ຮັບຟັງການແນະນຳປະຫວັດສາດ, ສະຖາປັດຕະຍາກຳຂອງໂຮງລະຄອນ, ໄດ້ຮັບຊົມການສະແດງສິລະປະຫຼາຍຮູບຫຼາຍສີທີ່ແຕກຕ່າງຂອງຫຼາຍປະເພດສິລະປະທີ່ສະແດງຢູ່ເວທີໃຫຍ່ ແລະ ນ້ອຍ; ໄດ້ຮັບຊົມເຂດວາງສະແດງບັນດາຮູບພາບ, ວັດຖຸພັນທີ່ກ່ຽວຂ້ອງເຖິງໂຮງລະຄອນໃຫຍ່ ໃນຕະຫຼອດວິວັດແຫ່ງການຄົງຕົວ, ບັນດາໃບແຕ້ມອອກແບບໃນເບື້ອງຕົ້ນ... ທ່ານ ຫງວຽນຮົ່ງງວຽນ, ຫົວໜ້າຫ້ອງຜະລິດຕະພັນບໍລິສັດທ່ອງທ່ຽວ Hanoitourist ໃຫ້ຮູ້ວ່າ: ເລື່ອງໂຮງລະຄອນໃຫຍ່ຮ່າໂນ້ຍ ເປີດປະຕູໃຫ້ແຂກທ່ອງທ່ຽວເຂົ້າຢ້ຽມຊົມ ແລະ ຮັບຊົມການສະແດງສິລະປະແມ່ນວຽກງານທີ່ມີຄວາມໝາຍ ແລະ ແນ່ນອນວ່າຈະດຶງດູດແຂກທ່ອງທ່ຽວ ເອີລົບ ເວົ້າລວມ ແລະ ແຂກທ່ອງທ່ຽວ ຝລັ່ງ ເວົ້າສະເພາະເປັນຈຳນວນຫຼາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ເອກະສານອະທິບາຍນຳພາແຂກທ່ຽວຊົມຄວນເພີ່ມເຕີມຫຼາຍຂໍ້ມູນຂ່າວສານກ່ຽວກັບໂຮງລະຄອນ ແລະ ບັນດາລາຍການສະແດງສິລະປະໃຫ້ຫຼາຍກ່ວາອີກ ກໍ່ຄືເຮັດໃຫ້ກິດຈະກຳມໍລະດົກນີ້ໂດດເດັ່ນກ່ວາ:
        ເພື່ອດຶງດູດແຂກທ່ອງທ່ຽວນັ້ນ, ທຳອິດແມ່ນຕ້ອງກວດກາຕະຫຼາດຈຸດສຸມຂອງຕົນແມ່ນປະເທດໃດແດ່. ຖ້າພວກເຮົາຢາກສະແດງລາຍການທີ່ເປັນສັນຍາລັກໃຫ້ທັງຈິດວິນຍານ ທັງນ້ຳໃຈອົງອາດກ້າຫານຂອງຊາວ ຫວຽດນາມ, ນັ້ນຂຶ້ນຕົ້ນລາຍການລາຍການທີ່ສະແດງໃຫ້ເຫັນຕ້ອງສະແດງໄດ້ຈິດໃຈ, ນ້ຳໃຈອົງອາດກ້າຫານຂອງຊາວຈ່າງອານ. ຖ້າແຂກທ່ອງທ່ຽວໄດ້ໄປທ່ຽວຊົມ ຮ່າໂນ້ຍ ແລ້ວພວກເຮົາຄວນສະແດງລາຍການທີ່ສ່ອງແສງເຖິງບັນຫາອື່ນ.

ທາງໃນໂຮງລະຄອນໃຫຍ່ຮ່າໂນ້ຍ ດ້ວຍສະຖາປັດຕະຍາກຳຂອງຝລັ່ງ
      ທ່ານ ຫງວຽນກຸ໊ຍເຟືອງ, ຫົວໜ້າກົມລາຍການທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ: ຈຸດປະສົງຂອງຜະລິດຕະພັນການທ່ອງທ່ຽວນີ້ແມ່ນເພື່ອແນໃສ່ເຊື່ອມຕໍ່ບັນດາວັດທະນະທຳ ແລະ ທ່ອງທ່ຽວເພື່ອສ້າງຜະລິດຕະພັນໃໝ່ໃຫ້ແກ່ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ຜ່ານນີ້, ແນະນຳ, ໂຄສະນາບັນດາປະເພດສິລະປະທີ່ເປັນເອກະລັກສະເພາະຂອງປະເທດຊາດເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພິເສດແມ່ນປະເພດສິລະປະພື້ນເມືອງ:
        ຢູ່ເຂດໃຈກາງຮ່າໂນ້ຍ, ພວກຂ້າພະເຈົ້າຢາກສ້າງລາຍການ tour ທ່ອງທ່ຽວຄົບວົງຈອນສະຫງວນໃຫ້ແຂກທ່ອງທ່ຽວ ທັງຢ້ຽມຊົມບັນດາຄຸນຄ່າດ້ານວັນນະຄະດີ ແລະ ທັງຢ້ຽມຊົມເຂດບັນດາຄຸນຄ່າຄຸ້ມຖະໜົນເກົ່າ. ນັ້ນອາດຈະແມ່ນບັນດາອາຫານການກິນ, ຈຸດວັດທະນະທຳໃນການດຳເນີນຊີວິດຂອງຊາວ ຫວຽດນາມ. ແລ້ວໄປຢ້ຽມຊົມຫໍພິພະຕະພັນ ແລະ ຫຼັງຈາກນັ້ນໄປຊົມການສະແດງວັດທະນະທຳສິລະປະຂອງ ຫວຽດນາມ ຢູ່ໂຮງລະຄອນໃຫຍ່ ທີ່ເປັນເອກະລັກສະເພາະ. ໂຊກດີຫຼາຍຍ້ອນບັນດາສະຖານທີ່ເຫຼົ່ານັ້ນໄດ້ຮັບການເຊື່ອມຕໍ່ນຳກັນຢູ່ເຂດຄຸ້ມຖະໜົນເກົ່າ ແລະ ໜອງ ໂຮ່ເກືອມ, ແນ່ນອນວ່າຈະສ້າງຄວາມປະທັບໃຈດີງາມທີ່ສຸດສຳລັບແຂກທ່ອງທ່ຽວ
ທາງໜ້າໂຮງລະຄອນໃຫຍ່ຮ່າໂນ້ຍ
      ດ້ວຍການສ້າງລາຍການ tour ທ່ອງທ່ຽວ, ຮັບຊົມບັນດາລາຍການສະແດງສິລະປະຢູ່ໂຮງລະຄອນໃຫຍ່, ຂະແໜງທ່ອງທ່ຽວຂອງນະຄອນຫຼວງ ກໍ່ພວມບຳລຸງສ້າງຖັນແຖວຜູ້ນຳທ່ຽວມີອາຊີບ ແລະ ລາຍການທ່ອງທ່ຽວຢ້ຽມຊົມ ໂຮງລະຄອນໃຫຍ່ ຕ້ອງແມ່ນຜະລິດຕະພັນສິລະປະຮັບໃຊ້ແຂກທ່ອງທ່ຽວ ທີ່ເຂັ້ມຂຸ້ນໄປດ້ວຍສີສັນເອກະລັກສະເພາະຂອງນະຄອນຫຼວງ; ພ້ອມນັ້ນ, ທັງມີລັກສະນະບັນເທິງ ຜ່ອນຄາຍດຶງດູດແຂກທ່ອງທ່ຽວມີເວລານາທີເບີກບານມ່ວນຊື່ນ, ສະບາຍໃຈໃນເວລາມາຢ້ຽມຢາມຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)
 


top