ແຟຊັ່ນ

ລາຍການສະແດງອາພອນ ປະຈຳຊາດ (ອ໋າວຢາຍ) ຫວຽດນາມ ທີ່ໜ້າຈັບໃຈ

ໃນກອບຂອງງານມະໂຫລານເຫວ້ ປີ 2012, ລາຍການ“ໂກເມດໃນຈິດຕະກຳ” ແມ່ນຊື່ຫົວ ເລື່ອງຂອງງານລາຕີສະແດງອາພອນປະຈຳຊາດ (ອ໋າວຢາຍ) ຫວຽດນາມ ຊຶ່ງໄດ້ຈັດຂຶ້ນໃນຄຳ່ ວັນທີ 9 ເມສາ ຢູ່ທີ່ສະໜາມຫຼວງເບຍກວກຮອກນະຄອນເຫວ້, ເປັນໜຶ່ງໃນບັນດາເຫດການ ທີ່ ໄດ້ຮັບການຜໍ່ງອງກວ່າໝູ່ໃນງານມະໂຫລານເຫວ້ຂອງທຸກປີທີ່ຜ່ານມາ.
 
ລາຍການສະແດງອາພອນອ໋າວຢາຍໃນງານມະໂຫລານເຫວ້ປີນີ້ແມ່ນສືບຕໍ່ຫັນສູ່ການເຊີດຊູຄວາມງາມໂສມເສີດແບບຂຸນນາງຂອງຊຸດອ໋າວຢາຍ
ຫວຽດນາມ. ໂດຍສະເພາະຢ່າງຍິ່ງ, ສຳລັບປີນີ້ທີ່ມີຫົວເລື່ອງ “ໂກເມດໃນຈິດຕະກຳ”, ບັນດານັກອອກແບບໄດ້ທຸ່ມເທຊີວິດຈິດໃຈເຂົ້າໃນການ ຄົ້ນຄວ້າ, ປະດິດຄິດຂຶ້ນເພື່ອນຳເອົາຄວາມງາມຂອງໂກເມດເຂົ້າໃນການອອກແບບອ໋າວຢາຍຂອງຕົນ.
 
ຮູບພາບງານສະແດງອາພອນອ໋າວຢາຍ ໃນຫົວເລື່ອງ “ໂກເມດໃນຈິດຕະກຳ” . (ພາບ: ເຈິ່ນແທງຢາງ)

ການສະແດງອາພອນອ໋າວຢາຍ ແມ່ນລາຍການຜໍ່ງອງກວ່າໝູ່ໃນງານມະໂຫລານເຫວ້ຂອງທຸກປີທີ່ຜ່ານມາ.(ພາບ: ເຈິ່ນແທງຢາງ)
 
ສຳລັບຊາວຫວຽດນາມ, ໂກເມດແມ່ນດອກໄມ້ຊະນິດໜຶ່ງທີ່ເຕົ້າລວມທຸກຄວາມງາມເອົາໄວ້ຢ່າງຄົບຖ້ວນ ຊຶ່ງສະແດງໃຫ້ເຫັນນິດໄສໃຈຄໍ ແລະ ຊິວິດວິນຍານຂອງຄົນຫວຽດນາມ; ໃນນັ້ນມີຄວາມງາມອັນວິຈິດ, ຄວາມອວດອົ່ງແບບຂຸນນາງ ຕະຫຼອດຮອດຄວາມແຈບໂຈມທີ່ລະມຸນລະໄມ, ສົດໃສ… ດ້ວຍເຫດນັ້ນ, ແຕ່ບູຮານນະການ, ໂກເມດໄດ້ຝັງເລິກໃນຄວາມຮູ້ສຶກນຶກຄິດທາງວັດທະນະທຳຂອງທຸກຄົນມາໂດຍຕະຫຼອດ; ກາຍ ເປັນພາບພົດໃນສິລະປະກຳອັນພົ້ນເດັ່ນທາງສາສະໜາ, ສະຖາປັດຕະຍະກຳ, ຈິດຕະກຳ ແລະ ອື່ນໆ. ດັ່ງນັ້ນ, ການນຳເອົາຄວາມງາມທີ່ສຸ ພາບອ່ອນໂຍນຂອງໂກເມດເຂົ້າໃນການຈັດແບບອ໋າວຢາຍ ຊຶ່ງໄດ້ສ້າງຂຶ້ນຄຸນຄ່າແຫ່ງສຸນທະລີຍະທີ່ສູງສົ່ງ.
 
ຊຸດຂາວອ໋າວຢາຍລາຍດອກໂກເມດ ທີ່ອ່ອນຊ້ອຍນວຍນາດ ຂອງນັກອອກແບບຕ໋ວນຮູຍ. (ພາບ: ເຈິ່ນແທງຢາງ)

ຊຸດສະສົມຄວາມງາມແບບກຼາສຊິກ ຂອງນັກອອກແບບກວາງຮູຍ.
(ພາບ: ເຈິ່ນແທງຢາງ)

ຄວາມງາມແບບຊຸນນາງແລະກຼາສຊິກ ໃນຊຸດອ໋າວຢາຍລາຍດອກ-ໃບໂກ ເມດ ຂອງນັກອອກແບບກວາງລອງ,ຫງອກເຫິນ. (ພາບ: ເຈິ່ນແທງຢາງ)

ຊຸດສະສົມອ໋າວຢາຍຄໍມົນກັບລາຍດອກໂກເມດ ຂອງນັກອອກແບບ
ບິກຮ່າ (ບໍລິສັດຫວຽດຖ໋ັງ). (ພາບ: ເຈິ່ນແທງຢາງ)

ຊຸດສະສົມຂອງນັກອອກແບບ ກວີ່ນປາຣີ.
(ພາບ: ເຈິ່ນແທງຢາງ)

ການປະສົມປະສານລະຫວ່າງໂກມຸດໃນອ໋າວຢາຍແລະໂກມຸດ
ເທິງເວທີສະແດງ. (ພາບ: ເຈິ່ນແທງຢາງ)

ກໍ່ໄຜ່ຂຽວທີ່ປະດັບປະດາຢູ່ເທິງເວທີສະແດງ ໄດ້ເພີ່ມຄວາມງາມ ລະມຸນລະໄມໃຫ້ແກ່ຂອງຊຸດອ໋າວຢາຍ. (ພາບ: ຫວຽດເກື່ອງ)

ພົມໂກມຸດຢູ່ເທິງເວທີສະແດງ.
(ພາບ: ຫວຽດເກື່ອງ)

ສິດເກົ່າໂຮງຮຽນດ່ົງແຄ໋ງ-ເຫວ້ ໃນຊຸດອ໋າວຢາຍທີ່ສະເໜ່ຫາ.
(ພາບ: ຫວຽດເກື່ອງ)

ຊຸດອ໋າວຢາຍທີ່ມີສີສັນອັນເປັນລັກສະນະສະມາທິເຄັ່ງຂຶມ
ຂອງນັກອອກແບບ ສີຮວ່າງ. (ພາບ: ຫວຽດເກື່ອງ)

ນາງງາມຫງອກເຫິນໃນຊຸດອ໋າວຢາຍຂອງນັກອອກແບບ ມິງແຮ່ງ.
(ພາບ: ຫວຽດເກື່ອງ)

ອ໋າວຢາຍເສິດໂສມຂ້າງໂກມຸດທີ່ເບັ່ງບານງາມສະຫງ່າເທິງເວທີ.
(ພາບ: ຫວຽດເກື່ອງ)

ການສະແດງຄູ່ລະຫວ່າງນາງແບບ ຍິງ-ຊາຍ ຍິ່ງສ້າງຄວາມວິຈິດຕະການ
ໃນງານສະແດງ. (ພາບ: ຫວຽດເກື່ອງ)

ບັນຍາກາດອັນເກົ່າແກ່ ໄດ້ເພີ່ມສະເໜ່ໃຫ້ແກ່່ງານສະແດງ.
(ພາບ: ຫວຽດເກື່ອງ)

ໃນຍ່ານເວຫາມະຫຶມາຂອງສະໜາມຫຼວງກວກຮອກເຫວ້ ແລະ ທ່າມກາງສຽງແລະສຳນຽງແຈ້ວແຈ້ວທີ່ໜ້າຈັບໃຈໃນສຽງພິນພາດຂອງວົງດົນ ຕີກໍ່ລ່າ, ເຮັດໃຫ້ນັກທ່ອງທ່ຽວ ກໍຄືຜູ້ມາຊົມເໝືອນດັ່ງຫຼົງເຂົ້າເມືອງຟ້່າເມືອງແຖນອິນພົມຍົມມະລາດ ດ້ວຍສີສັນອາພອນອ໋າວຢາຍ 16 ຊຸດ ຊຶ່ງເປັນຜົນງານຂອງ 17 ນັກອອກແບບແຖວໜ້າຫວຽດນາມ ຄື: ມິງແຮ່ງ, ກົງແຄງ, ສີຮວ່າງຊວນຫາວ, ວຽດບ່າວ, ກວາງເຕິນ, ກວາງຮຸຍ, ຫງອກເຫິນ…
 
ຜູ້ຊົມນັບຈຳນວນຫຼວງຫຼາຍ ໄດ້ຜໍ່ງອງຕິດຕາມການສະແດງອ໋າວຢາຍ. (ພາບ: ຫວຽດເກື່ອງ)

ລາຍການດອກໄມ້ໄຟ ເປັນການປິດສາກງານລາຕີອ໋າວຢາຍທີ່ເຕັມໄປດ້ວຍຄວາມປະທັບໃຈ ຢ່າງບໍ່ມີວັນລືມໄດ້. (ພາບ: ເຈິ່ນແທງຢາງ)

ການນຳສະເໜີຕໍ່ສາທາລະນະຊົນກວ່າ 300 ແບບອ໋າວຢາຍທີ່ມີລັກສະນະລິງລາຍຈາກໂກເມດນັ້ນ ໄດ້ຜ່ານການສະແດງຂອງນາງແບບອາຊີບ ແລະ ສະໝັກຫຼິ້ນ 150 ນາງທີ່ມາຈາກຮ່າໂນ້ຍ, ເຫວ້, ໄຊງ່ອນ. ໃນນັ້ນມີ ຖູຍຢຸງ, ນາງງາມຫວຽດນາມປີ 2008 ແລະ ຫງອກເຮິນ, ນາງ ງາມຫວຽດນາມປີ 2010 ພ້ອມທັງສິດເກົ່າໂຮງຮຽນດ່ົງແຄ໋ງ-ເຫວ້. ພວກເຂົາເຫຼົ່ານີ້ ໄດ້ສັນສ້າງງານລາຕີ ອ໋າວຢາຍ ທີ່ສະເໜ່ຫາ, ຫຼົງໄຫຼ ແລະ ຈັບໃຈຜູ້ຄົນຢູ່ຕະຫຼອດເວລາ
ບັດແລະພາບ: ເຈິ່ນແທງຢາງ, ຫວຽດເກື່ອງ
 

top