ຂ່າວສານ

ລາຍການສະແດງສິລະປະພິເສດກ່ຽວກັບບຸນໄຫວ້ພະຈັນ

      ລາຍການສະແດງສິລະປະ ບຸນໄຫວ້ພະຈັນ ດຳເນີນແຕ່ວັນທີ 29 ກັນຍາ ຮອດວັນທີ 1 ຕຸລາ ຢູ່ເຂດປູຊະນີຍະສະຖານ ວັນມຽວ ກວັກຕືຢາມ ຮ່າໂນ້ຍ. 

ຫລານນ້ອຍເຂົ້າຮ່ວມບຸນໄຫວ້ພະຈັນ
      ລາຍການດັ່ງກ່າວໄດ້ດຶງດູດນັກສິລະປິນ, ນັກແຕ້ມ, ນັກສິລະປະການພື້ນເມືອງ, ນັກອອກແບບ, ບັນດານັກຮຽນຮູ້ດ້ານວັດທະນະທຳກວ່າ 500 ຄົນເຂົ້າຮ່ວມ. ຈຸດເດັ່ນໃນລາຍການສະແດງສິລະປະນີ້ ແມ່ນລາຍການສະແດງດົນຕີພື້ນເມືອງຂອງຫວຽດນາມຄື: ຂັບແຈ່ວ, ຂັບເສີມ, ຂັບກວານຫໍ້, ຂັບກາຈູ… ພ້ອມກັບການເດີນແບບອາພອນທີ່ເປັນເອກະລັກສະເພາະ. ນອກນັ້ນ ຜູ້ຊົມຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງຕ່າງໆອີກດ້ວຍ. ນາງ ຫວູທິທູ, ມາຈາກນະຄອນ ບັກຢາງ ແບ່ງປັນວ່າ:
        “ເປັນຄັ້ງທຳອິດ ຂ້າພະເຈົ້າໄດ້ເຂົ້າຮ່ວມບຸນໄຫວ້ພະຈັນພິເສດຄືແນວນີ້. ລາຍການແມ່ນມີຄວາມໝາຍທີ່ສຸດ ເປັນຕົ້ນສຳລັບຄົນລຸ້ນຫນຸ່ມຄືຂ້າພະເຈົ້າ, ຕົນເອງໄດ້ເຂົ້າຮ່ວມບຸນໄຫວ້ພະຈັນທີ່ມີບັນດາຈຸດວັດທະນະທຳໃນເມື່ອກ່ອນ, ມີຄຸນຄ່າທີ່ເປັນມູນເຊື້ອຂອງຊາດ. ຂ້າພະເຈົ້າຄິດວ່າ ບັນດາເພື່ອນຫນຸ່ມຄວນເຂົ້າຮ່ວມລາຍການຄືແນວນີ້ ເພື່ອໃຫ້ຕົນເອງມີຄວາມເຂົ້າໃຈກວ່າກໍຄືຮັກສາບັນດາຈຸດວັດທະນະທຳອັນດີງາມຂອງຊາດໄວ້.”
(ແຫຼ່ງຄັດຈາກ VOV)

top