ຂ່າວສານ

ລາຍການສະແດງສິລະປະພິເສດ “ທຳນອງເພງປະເທດຊາດ”

      ນີ້ແມ່ນປີທີ 4 ຢ່າງລຽນຕິດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ນຳຈັດລາຍການດັ່ງກ່າວ. ລາຍການ ທຳນອງເພງປະເທດຊາດປີ 2020

ລາຍການສະແດງສິລະປະພິເສດ ທຳນອງເພງປະເທດຊາດ
(ພາບ: petrotimes.vn)
      ລາຍການສະແດງສິລະປະພິເສດ “ທຳນອງເພງປະເທດຊາດ” ດຳເນີນໃນຕອນຄ່ຳວັນທີ 04 ມັງກອນ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ດ້ວຍການສະແດງບັນດາບົດເພງມ່ວນກ່ຽວກັບພັກ, ລຸງໂຮ່, ບ້ານເກີດເມືອງນອນ - ປະເທດຊາດ ໂດຍບັນດານັກຮ້ອງທີ່ມີຊື່ສຽງສະແດງ. ນີ້ແມ່ນປີທີ 4 ຢ່າງລຽນຕິດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ນຳຈັດລາຍການດັ່ງກ່າວ. ລາຍການ “ທຳນອງເພງປະເທດຊາດ” ປີ 2020 ມຸ່ງໄປເຖິງຫົວຂໍ້ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍປະເທດຊາດປ່ຽນແປງໃໝ່ ເພື່ອແນໃສ່ຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ສຳຄັນຄື: 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (1930 – 2020); 75 ປີແຫ່ງວັນສະຖາປະນາປະເທດສາທາລະນະປະຊາທິປະໄຕຫວຽດນາມ (1945-2020) ປະຈຸບັນແມ່ນປະເທດ ສສ.ຫວຽດນາມ ; 45 ປີແຫ່ງວັນປົດປ່ອຍພາກໃຕ້ໂຮມປະເທດຊາດເປັນເອກະພາບ (1975-2020); 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (1890 – 2020) …
 (ແຫຼ່ງຄັດຈາກ VOV)


top