ຂ່າວສານ

ລາຍການສະແດງສິລະປະ “ລະດູບານໃໝ່ຢູ່ ເຈືຶ່ອງຊາ”

      ຕອນຄ່ຳວັນທີ 04 ມີນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເລກທີ 58, ຖະໜົນກວ໊ານສື໊, ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ ລະດູບານໃໝ່ຢູ່ ເຈື່ອງຊາປີ 2019.

(ລາຍການສະແດງສິລະປະ “ລະດູບານໃໝ່ຢູ່ ເຈືຶ່ອງຊາ”)
      ເຂົ້າຮ່ວມລາຍການມີທ່ານ ຫງວຽນເທ໊ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ວິຈານວັນນະຄະດີສີລະປະສູນກາງ ແລະ ການນຳບັນດາກະຊວງ, ຂະແໜງການສູນກາງ, ເຫຼົ່າທັບເຮືອ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ.
        ລາຍການສະແດງສິລະປະ ລະດູບານໃໝ່ຢູ່ ເຈື່ອງຊາ ປີ 2019, ດ້ວຍສານພິເສດແນໃສ່ເຊີດຊູເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ກຳລັງມານະຈິດຂອງພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ປົກປັກຮັກສາອຳນາດອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ເຂົ້າຮ່ວມລາຍການ, ທ່ານຜູ້ຊົມໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ເຕັມໄປດ້ວຍຄວາມຮັກຕໍ່ເຈື່ອງຊາ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ດ້ວຍບັນດາບົດເພງທີ່ຕິດພັນກັບວັນເວລາ.
        ຜ່ານການຈັດຕັ້ງເປັນ 6 ຄັ້ງ (2013 - 2018), ລາຍການໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ດ້ວຍຈຳນວນເງິນເກືອບ 1,5 ລ້ານ USD.
 (ແຫຼ່ງຄັດຈາກ VOV)


top