ຂ່າວສານ

ລາຍການພົບປະແລກປ່ຽນ"ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ"

      ຕອນຄ່ຳວັນທີ 7 ທັນວາ ຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ເງ້ອານ ພ້ອມກັບແນວລາວສ້າງຊາດ ແລະ ກະຊວງພາຍໃນ ລາວ ສົມທົບກັນຈັດຕັ້ງ ລາຍການພົບປະແລກປ່ຽນປະຊາຊົນ ແລະ ສະແດງສິລະປະ ດ້ວຍຫົວຂໍ້ "ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ"

ລາຍການ "ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ" 
ພາບ: NgheanTV
      ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ໋ວັນຈຽນ ລັດຖະມົນຕີ ຫົວຫນ້າ ຄະນະກຳມະການຊົນເຜົ່າ ກ່າວວ່າ:
ບົນພື້ນຖານສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ປະຊາຊົນຊົນເຜົ່າສ່ວນຫນ້ອຍ ດຳລົງຊີວິດລຽບຕາມຊາຍແດນຫວຽດນາມ - ລາວ ຍາມໃດກໍ່ຮຽງບ່າຮຽງໄຫລ່ກັນພ້ອມກັນຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແບ່ງສຸກແບ່ງທຸກນຳກັນ. ມູນເຊື້ອອັນດີງາມນັ້ນແມ່ນມີມາແຕ່ດົນນານ ແລະ ໄດ້ສືບທອດຈາກຄົນລຸ້ນນີ້ໄປສູ່ລຸ້ນອື່ນ, ໂດຍໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງນັບມື້ນັບໝັ້ນຄົງຈາກປະຊາຊົນສອງປະເທດ.
ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ຕີລາຄາສູງ ເລື່ອງສອງປະເທດ ຈັດຕັ້ງ ລາຍການພົບປະແລກປ່ຽນວັດທະນະທຳຂອງປະຊາຊົນຊົນເຜົ່າສ່ວນຫນ້ອຍ ຜູ້ມີອິດທິພົນ ຊື່ງດຳລົງຊີວິດລຽບຕາມຊາຍແດນ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ຖືນີ້ ແມ່ນເຫດການການເມືອງສຳຄັນ ປະກອບສ່ວນເສີມສ້າງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດເວົ້າລວມ ແລະ ເຂົ້າໃນການສ້າງຊາຍແດນລະຫວ່າງສອງປະເທດໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາເວົ້າສະເພາະ.
 (ແຫຼ່ງຄັດຈາກ VOV)

top