ຂ່າວສານ

ລາຍການພົບປະປະແລກປ່ຽນສະແດງສິລະປະ “ວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ”

ລາຍການລວມມີ 3 ພາກ: “ເພື່ອພາກໃຕ້ທີ່ຮັກແພງ”, “ບົດເພງແຫ່ງໄຊຊະນະ” ແລະ “ຫວຽດນາມ ວັນໃໝ່”. ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງບັນດາບົດເພງອະມະຕະ
ການສະແດງສິລະປະທີ່ລາຍການ (ພາບ:Sơn Hải/TTXVN)

ຕອນຄ່ຳວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍງານພົບປະແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ວ່າ “ວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ” ໂດຍສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດພິທີສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2023).

ລາຍການລວມມີ 3 ພາກ: “ເພື່ອພາກໃຕ້ທີ່ຮັກແພງ”, “ບົດເພງແຫ່ງໄຊຊະນະ” ແລະ “ຫວຽດນາມ ວັນໃໝ່”. ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງບັນດາບົດເພງອະມະຕະ ດ້ວຍການສະແດງຂອງບັນດານັກຮ້ອງ, ນັກສິລະປິນທີ່ມີຊື່ສຽງດົງດັງ. ບັນດາທຳນອງເພງທີ່ເອກອ້າງທະນົງໃຈໃນລາຍການໄດ້ນຳມາເຊິ່ງຄ່ຳຄືນທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ, ແຜ່ຂະຫຍາຍສານຂອງຄວາມຮັກ, ເຈດຈຳນົງ ແລະ ຄວາມມຸ່ງຫວັງ ຫວຽດນາມ ມາສູ່ມະຫາຊົນ. ນັ້ນແມ່ນນ້ຳໃຈຮັກຫອມປະເທດຊາດ, ເຈດຈຳນົງປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ ແລະ ຄວາມມຸ່ງຫວັງສ້າງ ຫວຽດນາມ ທີ່ເຂັ້ມແຂງ, ມີສັນຕິພາບ ແລະ ຜາສຸກ.


top