ຂ່າວສານ

ລາຍການທ່ຽວຊົມຍາມຕົ້ນລະດູບານໃໝ່ມິດຕະພາບ 2019 ຢູ່ແຂວງຟຸ໊ທ

      ວັນທີ 03 ມີນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຟຸ໊ທໍ້ ຈັດລາຍການທ່ຽວຊົມມິດຕະພາບ 2019 ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດລະດັບຊາດພິເສດ ວິຫານຮຸ່ງ, ແຂວງຟຸ໊ທໍ້.

ເຂົ້າຮ່ວມລາຍການມີຜູ້ແທນເກືອບ 300 ຄົນ, ໃນນັ້ນສ່ວນຫຼາຍແມ່ນບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າທີ່ມາຈາກເກືອບ 30 ສະຖານທູດປະຈຳຮ່າໂນ້ຍ
(ພາບ: TTXVN)
      ເຂົ້າຮ່ວມລາຍການມີຜູ້ແທນເກືອບ 300 ຄົນ, ໃນນັ້ນສ່ວນຫຼາຍແມ່ນບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າທີ່ມາຈາກເກືອບ 30 ສະຖານທູດປະຈຳຮ່າໂນ້ຍ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານປະຈຳຫວຽດນາມ. ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເມື່ອລະດູບານໃໝ່ວຽນມາ.
        ບັນດາຜູ້ແທນເຂົ້າຮ່ວມລາຍການໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດລາດຊະວົງຮຸ່ງ; ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດວິຫານຮຸ່ງ ແລະ ປູກຕົ້ນໄມ້ໃນບໍລິເວນເຂດປູຊະນີຍະສະຖານ.
 (ແຫຼ່ງຄັດຈາກ VOV)

top