ຂ່າວສານ

ລາຍການ “ຫວຽດນາມ - ອົງອາດກ້າແກ່ນ” ໜູນຊ່ວຍກວ່າ 50.000 USD ເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ຕອນບ່າຍວັນທີ 27 ເມສາ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບຈໍານວນເງິນກວ່າ 50.000 USD ຈາກ ສູນກາງ ສະຫະພັນແມ່ຍິງຫວຽດນາມ ແລະ ບໍລິສັດຫຸ້ນສ່ວນ RSVP ທີ່ໄດ້ໜູນຊ່ວຍແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງເປັນຈໍານວນເງິນທີ່ບໍລິຈາກໄດ້ໃນງານລາຕີທາງອອນລາຍ ດ້ວຍຫົວຂໍ້ ຫວຽດນາມ - ອົງອາດກ້າແກ່ນເຊິ່ງໄດ້ຈັດຂຶ້ນໃນວັນທີ 25 ເມສາ ຜ່ານມາ.

ພາບຖ່າຍໜ້າຈໍ່ລາຍການອອນລາຍ “ຫວຽດນາມ - ອົງອາດກ້າແກ່ນ” (ພາບ: TTXVN)
             ຕາມທ່ານນາງ ຮວ່າງທິອ໊າຍຍຽນ ຮອງປະທານຜູ້ປະຈໍາການສະຫະພັນແມ່ຍິງຫວຽດນາມ ແລ້ວ, ຜ່ານງານລາຕີທາງອອນລາຍ, ຄະນະຈັດຕັ້ງມີຄວາມປາດຖະໜາວ່າຢາກຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາແມ່ຍິງທີ່ພວມເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍກົງ ແລະ ແມ່ຍິງທີ່ຖືກຜົນສະທ້ອນຈາກໂລກລະບາດ, ໜູນຊ່ວຍການຫາວຽກເຮັດງານທໍາໃໝ່ໃຫ້ແກ່ແມ່ຍິງທີ່ຖືກວ່າງງານ, ຕັດສິນໃຈບໍ່ປະໃຫ້ໃຜຢູ່ທາງຫຼັງ.
        ທ່ານຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງຫວຽດນາມ ຈະສືບຕໍ່ມີບັນດາຂໍ້ລິເລີ່ມທີ່ແທດຈິງ ເພື່ອພ້ອມກັບທົ່ວປະເທດ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງສຸມໃສ່ການພັດທະນາເສດຖະກິດ, ນໍາຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ເປັນປົກກະຕິ, ພິເສດແມ່ນເລື່ອງໜູນຊ່ວຍວຽກເຮັດງານທໍາໃໝ່ໃຫ້ແກ່ແມ່ຍິງ ຜູ້ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. 
 (ແຫຼ່ງຄັດຈາກ VOV)


top