ຂ່າວສານ

ລາຍການ ວັນຊອກຮູ້ກ່ຽວກັບຫວຽດນາມ: ຊ່ວຍນັກການທູດມີຄວາມເຂົ້າໃຈ ກ່ຽວກັບຫວຽດນາມ ກວ່າອີກ

      ລາຍການ “  ວັນຊອກຮູ້ກ່ຽວກັບຫວຽດນາມ ” ສືບຕໍ່ແມ່ນຊ່ອງຂໍ້ມູນຂ່າວສານດ້ານການພົວພັນຕ່າງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ

ທ່ານ ຟ້າມແຊງເຈົາ ທູດພິເສດຂອງທ່ານນາຍົກລັດຖະມົນຕີຫວຽດນາມ
      ວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ກົມການຕ່າງປະເທດ ວັດທະນະທຳ ແລະ UNESCO ( ກະຊວງການຕ່າງປະເທດຫວຽດນາມ ) ໄດ້ຈັດຕັ້ງລາຍການ “  ວັນຊອກຮູ້ກ່ຽວກັບຫວຽດນາມ ” ປີ 2018. ກ່າວຄຳເຫັນທີ່ລາຍການ, ທ່ານ ຟ້າມແຊງເຈົາ ທູດພິເສດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບບັນດາບັນຫາ UNESCO, ເລຂາທິການໃຫຍ່, ຄະນະກຳມະການແຫ່ງຊາດ UNESCO ຂອງຫວຽດນາມ ໃຫ້ຮູ້ວ່າ: ລາຍການ “  ວັນຊອກຮູ້ກ່ຽວກັບຫວຽດນາມ ” ສືບຕໍ່ແມ່ນຊ່ອງຂໍ້ມູນຂ່າວສານດ້ານການພົວພັນຕ່າງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ ແລະ ການພັດທະນາລະຫວ່າງບັນດາປະເທດຕ່າງໆ ກັບ ຫວຽດນາມ. ຜ່ານນັ້ນປະກອບສ່ວນຜັນຂະຫຍາຍ, ປະຕິບັດໜ້າທີ່ ການພົວພັນຕ່າງປະເທດ ປີ 2018 ຂອງກະຊວງການຕ່າງປະເທດ ແມ່ນ “ ເປັນເຈົ້າການ, ຕັ້ງໜ້າເສີມຂະຫຍາຍສິ່ງແວດລ້ອມສະດວກໃຫ້ແກ່ການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບສາກົນ ” ໃຫ້ປະສົບຜົນສຳເລັດ.
 (ແຫຼ່ງຄັດຈາກ VOV)
 

top