ຂ່າວສານ

ລາຊະອານາຈັກ ອັງກິດ ມອບສົ່ງປະຕູຖານຂໍ້ມູນດ້ານການຄ້າໃຫ້ແກ່ ຫວຽດນາມ

ການສ້າງ, ປະຕິບັດສຳເລັດ, ນຳປະຕູຖານຂໍ້ມູນດ້ານການຄ້າ ຫວຽດນາມ ເຂົ້າຂຸດຄົ້ນ, ນຳໃຊ້ແມ່ນເຫດການສຳຄັນ.

ການສ້າງ, ປະຕິບັດສຳເລັດ, ນຳປະຕູຖານຂໍ້ມູນດ້ານການຄ້າ ຫວຽດນາມ ເຂົ້າຂຸດຄົ້ນ, ນຳໃຊ້ແມ່ນເຫດການສຳຄັນ.

    

ພິທີມອບ - ຮັບປະຕູຖານຂໍ້ມູນດ້ານການຄ້າ

ທີ່ພິທີມອບ - ຮັບປະຕູຖານຂໍ້ມູນດ້ານການຄ້າລະຫວ່າງຜູ້ຕາງໜ້າລັດຖະບານ ລາຊະອານາຈັກ ອັງກິດ ແລະ ການນຳກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຂຶ້ນໃນວັນທີ 13 ກໍລະກົດ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ໄດ້ເນັ້ນໜັກວ່າ: ການສ້າງ, ປະຕິບັດສຳເລັດ, ນຳປະຕູຖານຂໍ້ມູນດ້ານການຄ້າ ຫວຽດນາມ ເຂົ້າຂຸດຄົ້ນ, ນຳໃຊ້ແມ່ນເຫດການສຳຄັນ, ຢັ້ງຢືນຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການເຮັດໃຫ້ບັນດາຄຳໝັ້ນສັນຍາ, ນະໂຍບາຍການຄ້າໃຫ້ກະຈ່າງແຈ້ງ ເພື່ອແນໃສ່ໜູນຊ່ວຍປະຊາຄົມວິສາຫະກິດໃນການສ້າງຍຸດທະສາດດຳເນີນທຸລະກິດ, ຍົກສູງກຳລັງແກ້ງແຍ້ງ ແລະ ຄວາມສາມາດເຂົ້າຮ່ວມລະບົບການຜະລິດ, ສະໜອງທົ່ວໂລກ. ນີ້ແມ່ນປະຕູຖານຂໍ້ມູນອອນລາຍ, ບໍ່ເສຍຄ່າ, ສະໜອງຂໍ້ມູນຂ່າວອັບເດດທັງພາສາ ຫວຽດ ແລະ ອັງກິດ. ປະຕູຖານຂໍ້ມູນຂ່າວສານນີ້ຈະໄດ້ເຊື່ອມຕໍ່ກັບປະຕູຖານຂໍ້ມູນດ້ານການຄ້າລວມຂອງ ອາຊຽນ ແລະ ບັນດາປະຕູຖານຂໍ້ມູນດ້ານການຄ້າຂອງ 9 ປະເທດສະມາຊິກອື່ນໆ. ສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂສະດວກໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດຂອງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ສາມາດສຳຜັດ, ຂຸດຄົ້ນຂໍ້ມູນຂ່າວສານກ່ຽວກັບຄຳໝັ້ນສັນຍາ ແລະ ນະໂຍບາຍການຄ້າຂອງ ຫວຽດນາມ ຢ່າງວ່ອງໄວເປັນທາງການ, ມີຄວາມໄວ້ເນື້ອເຊື່ອໃຈ.

(ແຫຼ່ງຄັດຈາກ VOV)


top