ຂ່າວສານ

ລາຊະອານາຈັກ ອັງກິດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ ອາຊີ - ປາຊີຟິກ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ອັງກິດ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ.
ທ່ານນາງ ເລທິທຸຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Seema Maholtra, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ (ພາບ: baoquocte.vn)

ໃນຂອບເຂດການໄປປະຕິບັດງານຢູ່ລາຊະອານາຈັກ ອັງກິດ, ວັນທີ 13 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານນາງ ເລທິທຸຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Seema Maholtra, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ຢູ່ສຳນັກງານກະຊວງການຕ່າງປະເທດ ອັງກິດ.

        ຢູ່ທີ່ນີ້, ທ່ານນາງ ເລທິທຸຮັ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ອັງກິດ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ.

        ສ່ວນທ່ານນາງ Seema Maholtra ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ຢ່າງຮອບດ້ານ, ໂດຍສະເພາະແມ່ນໃນຂົງເຂດການເມືອງ - ການທູດ, ຄວາມໝັ້ນຄົງ, ການຄ້າ, ການເງິນ, ການສຶກສາ, ການຫັນປ່ຽນພະລັງງານ ແລະ ການພັດທະນາແບບຍືນຍົງ.

        2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ບົນພື້ນຖານນຳໃຊ້ສົນທິສັນຍາການຄ້າ 2 ຝ່າຍ ສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກ ອັງກິດ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ກໍຄືວັດທະນະທຳ, ການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນ…


top