ຂ່າວສານ

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ປະກາດເງື່ອນໄຂເພື່ອໃຫ້ປະເທດນີ້ເຊື່ອມຕໍ່ການປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງຄົບຖ້ວນ ນັ້ນແມ່ນ ອາເມລິກາ ຕ້ອງ “ຍົກເລີກ “ນະໂຍບາຍເປັນປໍລະປັກ" ເລັ່ງໃສ່ ລັດເຊຍ.
  ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: AFP/TTXVN)  

ວັນທີ 3 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ປະກາດເງື່ອນໄຂເພື່ອໃຫ້ປະເທດນີ້ເຊື່ອມຕໍ່ການປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງຄົບຖ້ວນ ນັ້ນແມ່ນ ອາເມລິກາ ຕ້ອງ “ຍົກເລີກ “ນະໂຍບາຍເປັນປໍລະປັກ" ເລັ່ງໃສ່ ລັດເຊຍ. ກ່າວຄຳເຫັນກັບວົງການສື່ມວນຊົນ, ທ່ານ Sergei Ryabkov ໃຫ້ຮູ້ວ່າ ບັນດາມາດຕະການໂຕ້ຕອບຂອງ ອາເມລິກາ ຫວ່າງມໍ່ໆມານີ້ ສຳລັບ ລັດເຊຍ ກ່ຽວຂ້ອງເຖິງສົນທິສັນຍາ  New START ກໍ່ບໍ່ເຮັດໃຫ້ ມົດສະກູ ແປກໃຈ. ທ່ານເນັ້ນໜັກວ່າ ການຕັດສິນໃຈຂອງ ລັດເຊຍ ຢຸດຕິການເຂົ້າຮ່ວມສົນທິສັນຍາ New START ແມ່ນບໍ່ສາມາດປ່ຽນແປງນະໂຍບາຍ “ບໍ່ຫົວຊາຕໍ່ມາດຕະການ ຫຼືການກະທຳໂຕ້ຕອບໃດໆຈາກ ຝ່າຍ ອາເມລິກາ”.

ເມື່ອຖືກຖາມກ່ຽວກັບເລື່ອງບັນດາມາດຕະການໂຕ້ຕອບຂອງ ອາເມລິກາ ແນໃສ່ ລັດເຊຍ ກ່ຽວຂ້ອງເຖິງສົນທິສັນຍາ New START ຈະເຮັດໃຫ້ສະພາບການຄວບຄຸມອາວຸດຫຼືບໍ່ນັ້ນ, ທ່ານເຈົ້າໜ້າທີ່ການຕ່າງປະເທດ ລັດເຊຍ ຖືວ່າ ສິ່ງດັ່ງກ່າວ “ແມ່ນຮ້າຍແຮງທີ່ສຸດ”.


top