ຂ່າວສານ

ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ກົມ​ໃຫຍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິດ​ສະ​ລາ​ແອັນ

ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາ, ທ່ານກໍ່ເຊື່ອໝັ້ນວ່າ ບັນດາເນື້ອໃນສອງຝ່າຍໄດ້ເຫັນດີເປັນເອກະພາບຢູ່ການເຈລະຈາ ຈະປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດສອງປະເທດເວົ້າສະເພາະ ແລະ ການພົວພັນມິດຕະພາບຮ່ວມມືລະຫວ່າງສອງປະເທດເວົ້າລວມ ໃນໄລຍະຈະມາເຖິງ.

ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາ, ທ່ານກໍ່ເຊື່ອໝັ້ນວ່າ ບັນດາເນື້ອໃນສອງຝ່າຍໄດ້ເຫັນດີເປັນເອກະພາບຢູ່ການເຈລະຈາ ຈະປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດສອງປະເທດເວົ້າສະເພາະ ແລະ ການພົວພັນມິດຕະພາບຮ່ວມມືລະຫວ່າງສອງປະເທດເວົ້າລວມ ໃນໄລຍະຈະມາເຖິງ.

    

ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Amir Eshel ຫົວໜ້າກົມໃຫຍ່ກະຊວງປ້ອງກັນປະເທດ ອິດສະລາແອັນ  (ພາບ: TTXVN)

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Amir Eshel ຫົວໜ້າກົມໃຫຍ່ກະຊວງປ້ອງກັນປະເທດ ອິດສະລາແອັນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມການປຶກສາຫາລືນະໂຍບາຍປ້ອງກັນຊາດ ຫວຽດນາມ - ອິດສະລາແອັນຄັ້ງທີ 2.

ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາ, ທ່ານກໍ່ເຊື່ອໝັ້ນວ່າ ບັນດາເນື້ອໃນສອງຝ່າຍໄດ້ເຫັນດີເປັນເອກະພາບຢູ່ການເຈລະຈາ ຈະປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດສອງປະເທດເວົ້າສະເພາະ ແລະ ການພົວພັນມິດຕະພາບຮ່ວມມືລະຫວ່າງສອງປະເທດເວົ້າລວມ ໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ຢັ້ງຢືນວ່າ, ໃນໄລຍະຈະມາເຖິງ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍສືບຕໍ່ມີບັນດາຮູບການຮ່ວມມືໃໝ່, ມີປະສິດທິຜົນເໝາະສົມກັບຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະຝ່າຍ, ໃນນັ້ນ, ໄດ້ສຸມໃສ່ຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີສູງ, ຖ່າຍທອດເຕັກໂນໂລຢີ, ການຮ່ວມມືດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ການກູ້ໄພກູ້ຊີບ…

        ສ່ວນທ່ານພົນຈັດຕະວາ Amir Eshel ເນັ້ນໜັກວ່າ ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້ຈະສືບຕໍ່ຊອກຫາກາລະໂອກາດຮ່ວມມືໃໝ່ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

(ແຫຼ່ງຄັດຈາກ VOV)


top