ຂ່າວສານ

ລັດ​ເຊຍ​ຢັ້ງ​ຢືນຫຼັກ​ການ “ບໍ່​ອ​າດ​ຕັດ​ແຍກ​ຄວາມ​ໝັ້ນ​ຄົງ” ອອກ​ຈາກ​ບັນ​ຫາ​ຢູ​ແກຼນ

ທ່ານລັດຖະມົນຕີການຕ່່າງປະເທດ ລັດເຊຍ Sergey Lavrov ໄດ້ເນັ້ນໜັກວ່າ ລັດເຊຍ ຢຶດໝັ້ນຕໍ່ຫຼັກການ “ບໍ່ອາດຕັດແບ່ງແຍກຄວາມໝັ້ນຄົງ”.
ທ່ານລັດຖະມົນຕີການຕ່່າງປະເທດ ລັດເຊຍ Sergey Lavrov (ພາບ: THX/TTXVN)

ວັນທີ 24 ສິງຫາ, ກ່າວຄຳເຫັນໃນຊ່ອງໂທລະພາບ NBC, ທ່ານລັດຖະມົນຕີການຕ່່າງປະເທດ ລັດເຊຍ Sergey Lavrov ໄດ້ເນັ້ນໜັກວ່າ ລັດເຊຍ ຢຶດໝັ້ນຕໍ່ຫຼັກການ “ບໍ່ອາດຕັດແບ່ງແຍກຄວາມໝັ້ນຄົງ”, ຕາມນັ້ນແລ້ວ, ບໍ່ມີປະເທດໃດປັບປຸງຄວາມໝັ້ນຄົງຂອງຕົ້ນດ້ວຍວິທີການກໍ່ຜົນຮ້າຍຕໍ່ຄວາມໝັ້ນຄົງຂອງປະເທດອື່ນ. ທ່ານໃຫ້ຮູ້ວ່າ ສື່ມວນຊົນຕ່າງໆຂອງຝ່າຍຕາເວັນຕົກໄດ້ຍອມຮັບສິ່ງນັ້ນ. ຕາມນັ້ນແລ້ວ, ການເຈລະຈາລະຫວ່າງ ອາເມລິກາ ແລະ ລັດເຊຍກ່ຽວກັບການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໄດ້ປະສົບກັບຄວາມຫຍຸ້ງຍາກ. ສາຍເຫດຍ້ອນວ່າ ລັດເຊຍ ຢຶດໝັ້ນຕໍ່ຄວາມຮຽກຮ້ອງຕ້ອງຍົກອອກຫຼັກການ “ບໍ່ສາມາດແບ່ງແຍກຄວາມໝັ້ນຄົງ” ໃນຂໍ້ຕົກລົງ.

ທ່ານ ເນັ້ນໜັກເຖິງຫຼັກການດັ່ງກ່າວ ໂດຍສາກົນຮັບຮູ້ຢູ່ບັນດາກອງປະຊຸມສຸດຍອດ ຂອງ ອົງການຄວາມໝັ້ນຄົງ ແລະ ການຮ່ວມມືເອີລົບ (OSCE) ຢູ່ Istanbul ປີ 1999 ແລະ Astana ປີ 2010. ໃນຂະນະນັ້ນ, ອົງການສົນທິສັນຍາ ອັງລັງຕິກເໜືອ (NATO) ພັດມີການກະທຳກົງກັນຂ້າມ, ຖືວ່າຄວາມໝັ້ນຄົງແມ່ນເຄື່ອງມືເພື່ອຈັດວາງຜົນສະທ້ອນດ້ານການທະຫານ ແລະ ການເມືອງ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ໃນຂະນະທີ່ບາງຝ່າຍກ່າວຫາລັດເຊຍ “ສະກັດກັ້ນການເຈລະຈາ”, ສິ່ງນັ້ນມີຄວາມໝາຍດຽວກັບກັບເລື່ອງ ເຂົາເຈົ້າເປີດເຜີຍຢາກໃຫ້ຄວາມໝັ້ນຄົງກາຍເປັນສິ່ງອາດສາມາດຕັດແຍກ, ຫັນບັນດາການຮັບປະກັນຂອງ ຢູແກຼນ ກາຍເປັນເຄື່ອງມືຕ້ານ ລັດເຊຍ.


top