ວັນທີ 18 ມິຖຸນາ, ບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາກ່ຽວກັບຫຼາຍເນື້ອໃນກ່ຽວຂ້ອງເຖິງສະພາບການຕົວຈິງໃນການພົວພັນດ້ານເສດຖະກິດສອງຝ່າຍ.
ການຮັບປະທານອາຫານເຊົ້າສົມທົບກັບການເຮັດວຽກຂອງບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg 2025 ໃນວັນທີ 18/6/2025 (ພາບ:Kirill Dmitriev)
ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ຄັ້ງທີ 28, ໄດ້ດຳເນີນແຕ່ວັນທີ 18 – 21 ມິຖຸນາ ຢູ່ນະຄອນ Saint Petersburg (ລັດເຊຍ), ວັນທີ 18 ມິຖຸນາ, ບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາກ່ຽວກັບຫຼາຍເນື້ອໃນກ່ຽວຂ້ອງເຖິງສະພາບການຕົວຈິງໃນການພົວພັນດ້ານເສດຖະກິດສອງຝ່າຍ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກເວທີປາໄສ, ທ່ານຜູ້ອຳນວຍການໃຫຍ່ກອງທຶນລົງທຶນໂດຍກົງ ລັດເຊຍ Kirill Dmitriev ໃຫ້ຮູ້ວ່າ, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຫຼາຍບັນຫາທີ່ມີລັກສະນະແທດຈິງ, ໃນນັ້ນ ພົ້ນເດັ່ນແມ່ນການສະເໜີເຊື່ອມຕໍ່ຖ້ຽວບິນໂດຍກົງລະຫວ່າງ ລັດເຊຍ ແລະ ອາເມລິກາ ໃນໄລຍະຈະມາເຖິງ.
ໃນການພົບປະ, 2 ຝ່າຍກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາແຜນການລະອຽດຂອງວິສາຫະກິດ ອາເມລິກາ ໃນການຮັກສາການເຄື່ອນໄຫວ ແລະ ເພີ່ມທະວີການດຳເນີນທຸລະກິດຢູ່ຕະຫຼາດ ລັດເຊຍ, ກໍຄືການຜັນຂະຫຍາຍບັນດາໂຄງການພັດທະນາໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ.