ຂ່າວສານ

ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນ​ຊະ​ເລີຍ​ເສິກ

ນັບແຕ່ເດືອນ ກຸມພາ 2022 ເມື່ອການປະທະກັນເລີ່ມເກີດຂຶ້ນ, ຢູແກຼນ ໄດ້ເຈລະເຈ ເພື່ອໃຫ້ ລັດເຊຍ ມອບສົ່ງທັງໝົດ 1.726 ຄົນ.
  ນາຍທະຫານ ຢູແກຼນ ຈຳນວນໜຶ່ງໄດ້ປ່ອຍຕົວພາຍຫຼັງການແລກປ່ຽນຊະເລີຍເສິກ (ພາບ: Reuters)  
ວັນທີ 16 ກຸມພາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ຢູແກຼນ ໄດ້ມອບສົ່ງຊະເລີຍເສິກ 101 ຄົນ ກັບຄືນເມືອປະເທດພາຍຫຼັງການເຈລະຈາ. ແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ກໍໃຫ້ຮູ້ວ່າ ເຮືອບິນຂົນສົ່ງການທະຫານຂອງກຳລັງປ້ອງກັນອາກາດ ລັດເຊຍ ຈະນຳສົ່ງບຸກຄົນເຫຼົ່ານັ້ນກັບຄືນເມືອ ມົດສະກູ ເພື່ອປິ່ນປົ່ວພະຍາດ ແລະ ພັກຟື້ນຮ່າງກາຍ ຢູ່ບັນດາຮາກຖານການແພດຂອງກະຊວງປ້ອງກັນປະເທດ ລັດເຊຍ. ໃນຂະນະນັ້ນ, ທ່ານ Andriy Yermak, ຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ຝ່າຍ ລັດເຊຍ ກໍໄດ້ມອບສົ່ງນາຍທະຫານ 100 ຄົນ ແລະ ສາມັນຊົນ ຢູແກຼນ  1 ຄົນ. ນັບແຕ່ເດືອນ ກຸມພາ 2022 ເມື່ອການປະທະກັນເລີ່ມເກີດຂຶ້ນ, ຢູແກຼນ ໄດ້ເຈລະເຈ ເພື່ອໃຫ້ ລັດເຊຍ ມອບສົ່ງທັງໝົດ 1.726 ຄົນ.

top